蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ​ພຽງ​ແຕ່​ເປັນ​ວັກ​ຊີນ​ທີ່​ປອດ​ໄພ​ແລະ​ມີ​ຄວາມ​ຮັບ​ປະ​ກັນກໍ​ແມ່ນ​ວັກ​ຊີນ​ທີ່​ດີ

2021-03-16 15:46:16 CRI

ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານຫຼີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ກ່າວ​ວ່າ: ວັກ​ຊີນ​ບໍ່​ຈຳ​ແນກ​ສັນ​ຊາດ, ບໍ່​ມີຫຼັກ​ອ້າງ​ອີງ​ໃດໆ, ແຕ່​ເປັນ​ພຽງ​ແມ່ນ​ຈີນ​ເປັນ​ຜູ້​ຄົ້ນ​ຄວ້າ​ຜະ​ລິດ, ກໍ​ຕັດ​ສິນ​​ໂລດວ່າ​ວັກ​ຊີນ​ຈີນ​ດີຫຼື​ບໍ່​ດີ, ການ​ກະ​ທຳ​ແບບ​ນີ້ແມ່ນ​ບໍ່​ຖືກ​ເລີຍ. ຈີນ​ມີ​ນັກ​ວິ​ທະ​ຍາ​ສາດ​, ນັກ​ຄົ້ນ​ຄວ້າ​ຢາ​ຊີ​ວະ​ພາບ ແລະ ນັກ​ຄົ້ນ​ຄວ້າ​ວັກ​ຊີນ​ດີ​ເດັ່ນ​ທີ່​ສຸດ, ເຊື່ອ​ວ່າ: ເຂົາ​ເຈົ້າ​ມີ​ຄວາມ​ສາ​ມາດ​ຜະ​ລິດ​ວັກ​ຊີນ​ທີ່​ດີ​ອອກ​ມາ​ໄດ້.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມີ​ນາ​ນີ້​ວ່າ: ວັກ​ຊີນ​ເປັນ​ອາ​ວຸດ​​ອັນແຫຼມ​ຄົມ​​ໃນ​ການ​ຕ້ານ​ກັບ​ເຊື້ອ​ພະ​ຍາດ ແລະ ເປັນ​ຄວາມ​ຫວັງ​ໃນ​ການ​ຊ່ວຍກູ້​ຊີ​ວິດ​ຄົນ, ຄວນ​ຮັບ​ໃຊ້​ທົ່ວ​ໂລກ ແລະ ສ້າງ​ຄວາມ​ສຸກ​ໃຫ້​ແກ່ມວນ​ມະ​ນຸດ. “ບໍ່​ວ່າ​ຈະ​ເປັນ​ວັກ​ຊີນ​ຂອງ​ປະ​ເທດ​ໃດ, ຂໍ​ພຽງ​ແຕ່​ເປັນ​ວັກ​ຊີນ​ທີ່​ປອດ​ໄພ​ແລະ​​ມີ​ຄວາມ​ຮັບ​ປະ​ກັນ, ກໍ​ແມ່ນ​ວັກ​ຊີນ​ທີ່​ດີ. ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັນ​ກັບ​ຝ່າຍ​ຕ່າງໆ, ຕ້ານ​ກັບ​ລັດ​ທິ​ຊາດ​ນິ​ຍົມ​ໃນ​ດ້ານ​ວັກ​ຊີນ, ບໍ່​​ຍອມ​ຮັບນຳ​ການ​ສ້າງ “ຄວາມແຕກ​ໂຕນ​ກັນ​ດ້ານ​ການ​ສ້າງ​ພູມ​ຕ້ານ​ທານ”, ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​​ວັກ​ຊີນ​​ຖືກ​ແບ່ງ​ປັນໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ຍຸດ​ຕິ​ທຳ ແລະ ຮ່ວມ​ມືກັບ​ປະ​ເທດ​ຕ່າງໆ ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ຄຳ​ເຫັນ

0