尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ມຽນ​ມາ​ສະ​ເໜີ​ຄຳ​ຮ້ອງ​ຂໍ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ບໍ່​ຄວນ​ເປັນ​ຜູ້​ຖືກ​ປຸກ​ປັ່ນ​ແລະ​ສວຍ​ໃຊ້

2021-03-16 17:31:41 cri

ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ມຽນ​ມາ, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ມຽນ​ມາ​ສະ​ເໜີຄຳ​ຮ້ອງ​ຂໍ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ບໍ່​ຄວນ​​ເປັນ​ຜູ້ຖືກ​ປຸກ​ປັ່ນ​ແລະ​ສວຍ​ໃຊ້,ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ກະ​ທົບ​ຕໍ່​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ມຽນ​ມາ.
 

​ທ່ານ ຈ້າວ​ລີ້​ຈ່ຽນ ຊີ້​ໃຫ້​ເຫັນ​ວ່າ: “ຈີນ​ຫວັງ​ວ່າ​ບັນ​ດາ​ຝ່າຍ​​ຢູ່ມຽນ​ມາ​​ຈະສາ​ມາດ​ຮັກ​ສາ​ຄວາມ​ອົດ​ທົນ​ອົດ​ກັ້ນ​ໄວ້​ແລະ​ມີ​ອາ​ລົມ​ເຢັນ,​ຖື​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ມຽນ​ມາ​ເປັນ​ສຳ​ຄັນ, ຍຶດ​ໝັ້ນ​​ການແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ​ພາຍ​ໃຕ້​ຂອບ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ, ສືບ​ຕໍໍ່​ຊຸ​ກ​ຍູ້​ຂະ​ບວນ​ການ​ຫັນ​ປ່ຽນ​ຮູບ​ແບບ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ປະ​ເທດ.ໜ້າ​ທີ່​​ອັນຮີບ​ດ່ວນ​ໃນ​ປັດ​ຈຸ​ບັນ​ແມ່ນ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ມີ​ເຫດ​ການນອງ​ເລືອດ​ຄັ້ງ​ໃໝ່, ເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຜ່ອນ​ຄາຍ​ລົງ​ເທື່ອ​ລະ​ກ້າວ​ໂດຍ​ໄວ​.”
 

ກ່ຽວ​ກັບ​ເຫດ​ການ​ທີ່​ວິ​ສາ​ຫະ​ກິດ​ການ​ລົງ​ທຶນ​ຂອງຈີນ​ຢູ່​ມຽນ​ມາ​ຖືກ​ປຸ້ນ​ ທຸບ​ມ້າງ​ແລະ​ຈູດ​ເຜົາ, ທ່ານ ຈ້າວ​ລີ້​ຈ່ຽນ ຍັງ​ໄດ້​ກ່າວ​ໃນ​ມື້​ດັ່ງ​ກ່າວ​ວ່າ: ຈີນໄດ້​ຕິດ​ຕາມ​​ຄວາມ​ຄືບ​ໜ້າ​ຂອງສະ​ຖາ​ນະ​ການ​​ຢູ່ມຽນ​ມາ​ຢ່າງ​ໃກ້​ຊິດ, ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ຜົນ​ກະ​ທົບ​ແລະ​ຄວາມ​ປອດ​ໄພ​ຂອງ​ອົງ​ການ​ແລະ​ພົນ​ລະ​ເມືອງ​ຂອງ​ຝ່າຍ​ຈີນ. ຈີນ​ຫວັງ​ໃຫ້​ມຽນ​ມາ​ຈົ່ງ​ໃຊ້​ມາດ​ຕະ​ການ​ທີ່​ແທ້​ຈິງ,ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຈີນ​ຢູ່​ມຽນ​ມາ,ຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ເຫດ​ການ​ທີ່​ຄ້າຍ​ຄື​ກັນ​ແບບ​ນີ້​ອີກ​ຢ່າງ​ເດັດ​ຂາດ.

ຄຳ​ເຫັນ

0