蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ໄດ້​ປິດລະ​ບົບ​ເຄືອ​ຂ່າຍ​ໂທ​ລະ​ຄົມ​ເຄື່ອນ​ທີ່​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໂດຍ​ບໍ່​ມີ​ກຳ​ນົດ

2021-03-17 14:58:26 CRI

ບໍ​ລິ​ສັດ​ໂທ​ລະ​ຄົມ​ເຄື່ອນ​ທີ່​ພາຍ​ໃນ​ປະ​ເທດ​ມຽນ​ມາ​ໄດ້​ຮັບ​ແຈ້ງ​ການ​ວ່າ: ນັບ​ແຕ່​ວັນ​ທີ 15 ມີ​ນາ​ນີ້​ເປັນ​ຕົ້ນ​ໄປ, ຈະ​ປິດ​ລະ​ບົບ​ເຄືອ​ຂ່າຍ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂດຍ​ບໍ່​ມີ​​ກຳ​ນົດ, ໂທ​ລະ​ສັບ​ມື​ຖື​ພຽງ​ແຕ່​ສາ​ມາດ​ໂທ​ຫາ​ກັນ​ແລະ​ສົ່ງ​ຂໍ້​ຄວາມ​ສັ້ນ​ໄດ້​ເທົ່າ​ນັ້ນ. ປັດ​ຈຸ​ບັນ, ​ລະ​ບົບເຄືອ​ຂ່າຍ​ໂທ​ລະ​ຄົມ​ສາຍ​ແກ້ວ​ໃຍ​ແສງ​ ຫຼື FTTH ຂອງ​ມຽນ​ມາ​ຍັງ​ບໍ່​ທັນ​ຖືກ​ປິດ​ເທື່ອ, ຜູ້​ຊົມ​ໃຊ້​ຍັງ​ສາ​ມາດ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ດ້ວຍ​ລະ​ບົບ WIFI ຂອງ​ລະ​ບົບ​ເຄືອ​ຂ່າຍ​ສາຍ​​ແກ້ວໃຍ​ແສງ​ໄດ້.

ຕາມ​ຂ່າວ​ແຈ້ງວ່າ, ນັບ​ແຕ່​ມຽນ​ມາ​ເກີດ​​ມີການ​ລັດ​ຖະ​ປະ​ຫານ​ໃນ​ວັນ​ທີ 1 ກຸມ​ພາ​ຜ່ານ​ມາ, ມຽນ​ມາ​ໄດ້ “ຕັດ​ລະ​ບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ” ຫຼາຍ​​ເທື່ອ, ແຕ່​​ເທື່ອນີ້​ເປັນ​​ເທື່ອ​ທີ່​ມີ​​ໄລ​ຍະເວ​ລາ​ຍາວ​ທີ່​ສຸດ.

ຂ່າວ​ສານ​ລອຍ​ເຕີ​ຂອງ​ອັງ​ກິດ​ລາຍ​ງານ​ໃນ​ວັນ​ທີ 15 ມີ​ນາ​ນີ້​ວ່າ, ຫົວ​ໜ້າ​ທີມ​​ທະ​ນາຍ​ຄວາມຂອງ​ທ່ານ​ນາງ​ອອງ​​ຊານ​ຊູ​ຈີ​ກ່າວ​ວ່າ: ຍ້ອນ​ວ່າ​ມຽນ​ມາ​​ໄດ້ເລີ່ມ​ປິດ​ລະ​ບົບ​ເຄືອ​ຂ່າຍ​ໂທ​ລະ​ຄົມ​ເຄື່ອນ​ທີ່​ພາຍ​ໃນ​ປະ​ເທດ​ນັບ​ແຕ່​ວັນ​ທີ 15 ມີ​ນາ​​ນີ້ເປັນ​ຕົ້ນ​ໄປ, ສານ​ມຽນ​ມາ​ຈະ​ບໍ່​ສາ​ມາດ​ຈັດ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຜ່ານ​ທາງວິ​ດີ​ໂອ​​ຂອງທ່ານ​ນາງ​ອອງ​​ຊານ​ຊູ​ຈີ​ໄດ້. ສະ​ນັ້ນ, ເວ​ລາ​ຂຶ້ນ​ສານ​ຂອງ​​ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ແລະ ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ຈະ​ຖືກ​​ເລື່ອນ​ເວ​ລາ​ອອກ​ໄປ​ຈົນ​ເຖິງວັນ​ທີ 24 ມີ​ນາ​ນີ້.

ຄຳ​ເຫັນ

0