黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍໂຈະ​ການ​ສັກ​ວັກ​​ຊີນ​ໂຄວິດ-19 ອັ​ສ​ຕ​ຣາ ເຊ​ເນ​ກາ​ເປັນ​ການ​ຊົ່ວ​ຄາວ

2021-03-17 09:39:32 CRI

ພາຍຫຼັງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​​ສະ​ເໜີ​ໃຫ້​ດຳ​ເນີນ​ການກວດ​ກາ​ວັກ​ຊີນໂຄວິດ-19 ອັ​ສ​ຕ​ຣາ ເຊ​ເນ​ກາ ທີ່​ອາດ​ຈະ​ເກີດ​ມີບັນ​ຫາເລືອດ​ແຂ້ນ​ນັ້ນ​ແລ້ວ, ວັນ​ທີ 15 ມີ​ນານີ້,​ ທ່ານ​ບູ​ດີ ກູ​ນາ​ດີ ຊາ​ດີ​ກິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກອິນ​ໂດ​ເນ​ເຊຍ​ໄດ້​ປະ​ກາດ​ວ່າ: ອິນ​ໂດ​ເນ​ເຊຍ​ຈະ​ເລື່ອນ​ເວ​ລາ​ໃນ​ການ​ສັກ​ວັກ​ຊີນ​ດັ່ງ​ກ່າວ.

ທ່ານ​ບູ​ດີ ກູ​ນາ​ດີ ຊາ​ດີ​ກິນ ກ່າວ​ວ່າ: “ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ສາ​ທາ​ລະ​ນະ​ສຸກ​​ຂອງປະ​ເທດ​ຕົນ​ຈະ​ເລື່ອນ​ເວ​ລາ​ການ​ນຳ​ໃຊ້​ວັກ​ຊີນ​ໂຄວິດ-19 ອັ​ສ​ຕ​ຣາ​ ເຊ​ເນ​ກາ ໃນ​ໄລ​ຍະ​ທີ່​ລໍ​ຖ້າ​​ຜົນສະຫຼຸບການກວດ​ກາວັກ​ຊີນ​ດັ່ງ​ກ່າວຈາກອົງ​ການ​ອະ​ນາ​ໄມ​ໂລກ”.

ປັດ​ຈຸ​ບັນ, ຫຼາຍ​ປະ​ເທດ​ໃນ​ເອີ​ຣົບ ເຊັ່ນ: ແອ​ສ​ປາຍ, ອີ​ຕາ​ລີ, ໂຮນ​ລັງ ແລະ ອຽກ​ລັງ ໄດ້​ປະ​ກາດ​ໂຈະການ​ສັກ​ວັກ​ຊີນ​ອັ​ສ​ຕ​ຣາ​ ເຊ​ເນ​ກາ​ເປັນ​ການ​ຊົ່ວ​ຄາວ​ແລ້ວ.

ຄຳ​ເຫັນ

0