黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນໃນວັນທີ 22 ມີນານ

2021-03-18 10:51:39 cri

ວັນທີ 16 ມີນາ 2021 ທີ່ສະພາແຫ່ງຊາດຫຼັກ 6 ທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດຊຸດທີ VIII ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ວ່າ:

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ມີນາ ແລະ ຈະດໍາເນີນໄປເຖິງວັນທີ 26 ມີນາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດຫຼັງໃໝ່ (ທາດຫຼວງ) ນະຄອນຫຼວງວຽງຈັນ ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນ ໂດຍກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານ ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພຶ້ນຖານຂອງຊາດ

ຄຳ​ເຫັນ

0