蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ວຽງ​ຈັນ​ຄອນ​ຈ໌ຊີ​ມັງ​ເຊັນ​ສັນ​ຍາ​ລົງ​ທຶນ​ກັບ​ລັດ​ຖະ​ບານ​ລາວ

2021-03-19 16:16:43 CRI

ບໍ​ລິ​ສັດ​ວຽງ​ຈັນ​ຄອນ​ຈ໌ຊີ​ມັງ​ເຊັນ​ສັນ​ຍາ​ລົງ​ທຶນ​ກັບ​ລັດ​ຖະ​ບານ​ລາວ_fororder_微信图片_20210319103043

ວັນ​ທີ 17 ມີ​ນາ​ນີ້, ໂດຍ​ໄດ້​ຮັບ​​ການ​ເຫັນ​ດີຈາກ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ, ກ​ະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ ແຫ່ງ ສ​ປ​ປ ລາວ​ໄດ້​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ​ລາວ​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຂຸດ​ຄົ້ນ​ແລະ​ປຸງ​ແຕ່ງ​ຫີນ​ປູນ ແລະ ດິນ​ໜຽວ ກັບຝ່າຍ​ລົງ​ທຶນ​ຂອງ​ໂຄງ​ການ​ບໍ​ລິ​ສັດ​ວຽງ​ຈັນ​ຄອນ​ຈ໌​ຊີ​ມັງ.

ໂຄງ​ການ​ດັ່ງ​ກ່າວ​ຕັ້ງ​ຢູ່​ເມືອງ​ເຟືອງ​ແຂວງວຽງ​ຈັນ, ເປັນ​ສາຍ​ຜະ​ລິດ​​ແຫ່ງ​ທີ 2 ຂອງ​ກຸ່ມ​ບໍ​ລິ​ສັດ​ໄຫຫຼົວ​ຈີນ​ທີ່​ໄດ້​ລົງ​ທຶນ​ຢູ່​ລາວ. ຕາມ​ແຜນ​ການ, ໂຄງ​ການ​ດັ່ງ​ກ່າວ​ຈະ​ເປັນ​ສາຍ​ຜະ​ລິດ​ໃນ​ການ​ຂຸດ​ຄົ້ນ​ແລະ​ປຸງ​ແຕ່ງ​ຫີນ​ປູນ​ແລະ​ດິນ​ໜຽວ ຢູ່ເມືອງ​ເຟືອງ ໂດຍ​ນຳ​ໃຊ້​ເຕັກ​ນິກ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ ແລະ ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ຈະ​ໃຫ້​ສຳ​ເລັດ​ການ​ກໍ່​ສ້າງ​ແລະ​ເລີ່ມ​​ຜະ​ລິດ​ພາຍ​ໃນ​ໄລ​ຍະ 5 ປີ​ຂ້າງ​ໜ້າ​ນີ້.

ຄຳ​ເຫັນ

0