蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ປະ​ທ້ວງ​ໃນຫຼາຍ​ທ້ອງ​ຖິ່ນ​ຢູ່​ມຽນ​ມາ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທະ​ຫານ​ຢ່າງ​ຮຸນ​ແຮງ

2021-03-19 16:17:56 CRI

ວັນ​ທີ 18 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຜູ້​ປະ​ທ້ວງ​ໃນຫຼາຍ​ຕົວ​ເມືອງ ເຊັ່ນ: ນະ​ຄອນ​ຢາງ​ກຸ້ງ ແລະ ນະ​ຄອນ​ມັນດາ​ເລ​ເປັນ​ຕົ້ນ​ໄດ້​ວາງ​ເຄື່ອງ​ກັ້ນ​ຖະ​ໜົນ ເພື່ອ​ສ້າງ​ສິ່ງ​ກີດ​ຂວາງ ແລະ ເກີດ​ການ​ປະ​ທະ​ກັນກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທະ​ຫານ​ມຽນ​ມາ​ຢ່າງ​ຮຸນ​ແຮງ.

ຕອນ​ກາງ​ເວັນ​ຂອງ​ວັນ​ທີ 18 ມີ​ນາ​ນີ້, ຜູ້​ປະ​ທ້ວງ​ໄດ້​ເກີດ​ການ​ປະ​ທະ​ກັນ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທະ​ຫານຢ່າງ​ຮຸນ​ແຮງ, ເຈົ້າ​ໜ້າ​ທີ່​ຕຳຫຼວດທະ​ຫານ​ໄດ້​ໃຊ້​ອາ​ວຸດຫຼາຍ​ຊະ​ນິດ, ເຊັ່ນ: ລູກ​ປືນ​ແທ້, ​ແກັ​ສ​ນ້ຳ​ຕາ, ລະ​ເບີດ​ແສງ​​ເປັນ​ຕົ້ນ, ​ເຫດ​ການ​ຄັ້ງ​ນີ້ມີ 20 ກວ່າ​ຄົນ​ຖືກ​ຈັບ​ຕົວ.

ຕອນ​ບ່າຍ​ວັນ​ທີ 18 ມີ​ນາ​ນີ້, ຢູ່​ນະ​ຄອນ​ຢາງ​ກຸ້ງ, ​ສອງ​ຝ່າຍ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ, ຜູ້​ປະ​ທ້ວງ​ໄດ້​ໃຊ້​ອາ​ວຸດ​ທີ່​ຜະ​ລິດ​ເອງຫຼາຍ​ຊະ​ນິດ ເຊັ່ນ: ກະ​ຖຸນ, ​ລະ​ເບີດ​​ນ້ຳ​ມັນ​ທີ່​ຜະ​ລິດ​ເອງ​ເປັນ​ຕົ້ນ. ຕອນ​ຄ່ຳ​ມື້​ດຽວ​ກັນ, ການ​ປະ​ທະ​ກັນ​ຍັງ​ໄດ້​ສືບ​ຕໍ່ຢູ່.

ຄຳ​ເຫັນ

0