刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສົມສະຫວາດ ເລັ່ງສະຫວັດໃຫ້ທັດສະນະວ່າ: ການນໍາພາໂດຍພັກກອມມູນິດຈີນເປັນ “ເຄັດລັບ” ໃນການປະສົບຜົນສໍາເລັດຂອງຈີນ

2021-03-20 12:09:06 cri

ທ່ານສົມສະຫວາດ ເລັ່ງສະຫວັດໃຫ້ທັດສະນະວ່າ: ການນໍາພາໂດຍພັກກອມຸນິດຈີນເປັນ “ເຄັດລັບ” ໃນການປະສົບຜົນສໍາເລັດຂອງຈີນ

ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກ,​ ອະດີດຮອງນາຍົກລັດຖະມົນຕີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ວ່າ: ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດຈີນ, ຈີນໄດ້ປະສົບຜົນສໍາເລັດທີ່ປະຈັກຕາຫຼາຍດ້ານ ຊຶ່ງການນໍາພາໂດຍພັກກອມມຸນິດຈີນເປັນ “ເຄັດລັບ” ໃນການປະສົບຜົນສໍາເລັດຂອງຈີນ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ເຄີຍດໍາລົງຕໍາແໜ່ງເປັນທີ່ປຶກສາຄະນະບໍລິຫານງານສູນກາງພັກ,​ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ,​ລັດຖະມົນຕີກະຊວງການຕ່າງປະເທດແລະອີກຫຼາຍຕໍາແໜ່ງອັນສໍາຄັນ ຊຶ່ງມີການພົວພັນໄປມາຫາສູ່ກັນກັບຈີນ ແລະເຂົ້າໃຈຈີນຢ່າງເລິກເຊິ່ງ. ທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຂອງຈີນເປັນຕົ້ນແມ່ນ ການແກ້ໄຂບັນຫາຄວາມທຸກຍາກໃຫ້ແກ່ປະຊາຊົນທີ່ທຸກຍາກຫຼາຍຮ້ອຍລ້ານຄົນດ້ວຍຜົນສໍາເລັດ, ເຮັດໃຫ້ ຍອດຜະລິດຕະພັນພາຍໃນປະເທດ  (GDP) ເປັນອັນດັບທີ 2 ຂອງໂລກ, ສ້າງສັງຄົມອີ່ມໜໍາສໍາລານຮອບດ້ານດ້ວຍຜົນສໍາເລັດ ແລະອື່ນໆ. ທ່ານກ່າວວ່າ: ໃນຮອບ 40 ກວ່າປີຜ່ານມາ, ຈີນໄດ້ມີການພັດທະນາແບບກ້າວກະໂດດ. ພິເສດປີ 2020,​ ພາຍໃຕ້ສະຖານະການທີ່ເສດຖະກິດໂລກຫົດຕົວເນື່ອງຈາກໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ແຕ່ຈັງຫວະການເຕີບໂຕຂອງເສດຖະກິດຈີນຊໍ້າພັດໄດ້ສວນກະແສຕໍ່ສະຖານະການດັ່ງກ່າວແລະເພີ່ມຂຶ້ນ 2.3% ຊຶ່ງຜົນສໍາເລັດນີ້ແມ່ນປາສະຈາກການນໍາພາທີ່ສະຫຼາດສ່ອງໃສແລະເດັດດ່ຽວໜຽວແໜ້ນຂອງພັກກອມມູນິດຈີນບໍ່ໄດ້. ປະຊາຊົນຈີນເຊື່ອໝັ້ນການນໍາພາຂອງພັກກອມມູນິດຈີນ ເພາະພັກກອມມູນິດຈີນໄດ້ສະແຫວງຫາຜົນປະໂຫຍດແລະຄວາມຜາສຸກໃຫ້ແກ່ປະຊາຊົນຈີນຢ່າງແທ້ຈິງ.

ໂອກາດນີ້, ທ່ານສົມສະຫວາດ ເລັ່ງສະຫວັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສູງມາຍັງສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ທີ່ໄດ້ຊີ້ນໍາການສ້າງສາພັດທະນາທາງດ້ານເສດຖະກິດ, ການເມືອງ, ​ວັດທະນະທໍາ, ສັງຄົມ ແລະສິ່ງແວດລ້ອມ.​ທ່ານກ່າວວວ່າ: ຈີນໄດ້ເລືອກທິດທາງສັງຄົມນິຍົມທີ່ມີສີສັນພິເສດຂອງຕົນ ກໍ່ຄືທັດສະນະຄະຕິທີ່ຖືປະຊາຊົນເປັນກົກ ຊຶ່ງແທດເໝາະກັບສະພາບຕົວຈິງຂອງປະເທດຕົນ. ການສ້າງສາພາລະກິດສັງຄົມນິຍົມແມ່ນເພື່ອປະຊາຊົນ ແລະມີພຽງແຕ່ສັງຄົມນິຍົມເທົ່ານັ້ນຈິ່ງສາມາດນໍາເອົາຄວາມຜາສຸກທີ່ແທ້ຈິງໃຫ້ແກ່ປະຊາຊົນ. ທ່ານເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ, ຈີນ ກໍ່ຄືສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຕາມທິດທາງທີ່ພັກກອມມູນິດຈີນວາງອອກນັ້ນ ຈະມີອະນາຄົດສະຫວ່າງສະໄຫວແທ້ໆ ແລະຈະບໍ່ມີອິດທິກໍາລັງໃດສາມາດກີດຂວາງໄດ້.

ປີນີ້ເປັນປີແຫ່ງການສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ຊຶ່ງຈີນໄດ້ສໍາເລັດ 1 ໃນເປົ້າໝາຍ ຮ້ອຍປີ 2 ເຫດການກໍ່ຄືປະສົບຜົນສໍາເລັດໃນການສ້າງສັງຄົມອີ່ມໜໍາສໍາລານຮອບດ້ານ, ທ່ານສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າພັກກອມມູນິດຈີນຈະຍຶດໝັ້ນອຸດົມການຂອງຕົນ,​ ສືບຕໍ່ນໍາພາປະຊາຊົນຈີນເດີນຕາມທິດທາງທີ່ກໍານົດໄວ້, ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນການສ້າງສາພາລະກິດສັງຄົມນິຍົມ, ບັນລຸເປົ້າໝາຍ ຮ້ອຍປີ 2 ເຫດການ ແລະຟື້ນຟູຄວາມຈະເລີນສີວິໄລຂອງຊົນຊາດຈີນ. ພ້ອມດຽວກັນນີ້, ຮ່ວມກັບປະຊາຄົມໂລກເພື່ອສ້າງຄູ່ຮ່ວມຊາຕາກໍາມວນມະນຸດນໍາກັນ,​ ພ້ອມກັນຢູ່ໃນສັນຕິພາບ, ການພັດທະນາ ແລະຢູ່ໃນຄວາມສຸກ.

ຄຳ​ເຫັນ

0