刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສົມສະຫວາດຂະໜານນາມທ່ານສີຈິ້ນຜິງເປັນບູລຸດອັດສະລິຍະ

2021-03-20 16:18:46 cri

ທ່ານສົມສະຫວາດ ເລັ່ງສະຫວັດໃຫ້ທັດສະນະວ່າ: ການນໍາພາໂດຍພັກກອມຸນິດຈີນເປັນ “ເຄັດລັບ” ໃນການປະສົບຜົນສໍາເລັດຂອງຈີນ

ຫວ່າງມໍ່ໆມານີ້, ໃນໂອກາດທີ່ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ວ່າ: ທ່ານ ສີຈິ້ນຜິງ ເລຂາທິການການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນເປັນການນຳທີ່ມີມະນຸດສໍາພັນທີ່ດີ, ບໍ່ຈໍາແນກສະຖານະຂອງບຸກຄົນໃດໆ,  ບໍ່ວ່າເລື່ອງໃຫຍ່ຫຼືເລື່ອງນ້ອຍກໍ່ຈື່ໄດ້ໝົດ, ທັງມີທັດສະນະມະຫາຊົນສາກົນທີ່ກວ້າງຂວາງ...ໃນສາຍຕາຂອງທ່ານ ສົມສະຫວາດ ໄດ້ໃຫ້ທັດສະນະຕໍ່ທ່ານ ສີຈິ້ນຜິງ ວ່າເປັນບູລຸດອັດສະລິຍະຜູ້ໜຶ່ງຂອງໂລກ.

ທ່ານ ສົມສະຫວາດ ເລັ່ງສະຫວັດກ່າວວ່າ:ໃນໄລຍະທີ່ທ່ານ ສີຈິ້ນຜິງ ດໍາລົງຕໍາແໜ່ງເປັນເລຂາຄະນະພັກແຂວງເຈີ້ຈ່ຽງ ສປ ຈີນ, ຂ້າພະເຈົ້າເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະໄດ້ຮັບມອບໝາຍຈາກສູນກາງພັກ ປປລາວ ຕ້ອນຮັບທ່ານ ສີຈິ້ນຜິງ ທີ່ໄດ້ນໍາພາຄະນະຜູ້ແທນແຫ່ງ ສປ ຈີນ ເດີນທາງມາຢ້ຽມຢາມສປປລາວ. ຜ່ານການຕ້ອນຮັບ, ໂອ້ລົມ, ທັກທາຍ ປາໃສ, ຂ້າພະເຈົ້າມີຄວາມປະທັບໃຈ ແລະ ຕີລາຄາໄດ້ວ່າ:  “ທ່ານ ສີຈິ້ນຜິງ ເປັນຄົນຖະໜອມຖ່ອມຕົວ, ມີມະນຸດສໍາພັນທີ່ດີ ບໍ່ວ່າພະນັກງານລາວນັບແຕ່ເທິງລົງລຸ່ມ ເພິ່ນໄດ້ໃຫ້ຄວາມເຄົາລົບນັບຖືສະເໝີ ແລະມີນໍ້າໃຈເອື້ອເຟື້ອຕໍ່ພະນັກງານຂັ້ນນ້ອຍ ຊຶ່ງເຫັນໄດ້ວ່າ ເວລາທີ່ຂ້າພະເຈົ້າ ແລະທ່ານນາງ ສູນທອນ ໄຊຍະຈັກ (ຄະນະເລຂາທິການສູນກາງພັກ ໃນປັດຈຸບັນ) ໄດ້ຕິດຕາມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ໄປຢ້ຽມຢາມຈີນ. ເມື່ອເພິ່ນເຫັນທ່ານນາງ ສູນທອນ ເພິ່ນຍັງສາມາດຈື່ໄດ້ວ່າ ທ່ານ ນາງ ສູນທອນ ທີ່ເປັນຫົວໜ້າກົມເວລານັ້ນໄດ້ນໍາພາເພິ່ນໄປຢ້ຽມຢາມຫຼວງພະບາງໃນໄລຍະນັ້ນ. ມີອີກເທື່ອໜຶ່ງ, ທີ່ຂ້າພະເຈົ້າໄດ້ຕິດການນໍາລາວເຂົ້າຮ່ວມງານລ້ຽງຢູ່ຈີນ ຂ້າພະເຈົ້າຍົກຈອກອວຍພອນເພິ່ນ, ເພິ່ນຍັງໄດ້ບອກພັນລະຍາຂອງເພິ່ນວ່າ ວັນເກີດຂອງຂ້າພະເຈົ້າແລະວັນເກີດຂອງເພິ່ນແມ່ນວັນດຽວກັນ, ເລື່ອງນ້ອຍໆຄືແນວນີ້ເພິ່ນຍັງສາມາດຈື່ໄດ້ໝົດ, ສົມກັບວ່າເພິ່ນເປັນບູລຸດອັດສະລິຍະແທ້ໆ.

ໃນສາຍຕາຂອງທ່ານ ສົມສະຫວາດ ຍັງເຫັນ ທ່ານ ສີຈິ້ນຜິງ ມີອີກຈຸດເດັ່ນໜຶ່ງນັ້ນກໍ່ຄື ເພິ່ນໃຊ້ສໍານວນພາສາທີ່ເຂົ້າໃຈງ່າຍ ແຕ່ອະທິບາຍຄວາມໝາຍໄດ້ເລິກເຊິ່ງ ຊຶ່ງເຮັດໃຫ້ທ່ານ ສົມສະຫວາດ ຮູ້ສຶກປະທັບໃຈຫຼາຍ. “ກ່ຽວກັບການເຮັດແນວໃດເພື່ອຕ້ານການສໍ້ລາດບັງຫຼວງ ແລະສ້າງຄວາມປອດໃສຂາວສະອາດຂອງພັກ, ທ່ານ ສີຈິ້ນຜິງໄດ້ມີຄໍາເວົ້າທີ່ວ່າ “ເສືອ ແລະແມງວັນຕ້ອງຕີໃຫ້ໝົດ” ໝາຍຄວາມວ່າ ສະມາຊິກພັກບໍ່ວ່າຜູ້ໃດທີ່ມີການສໍ້ລາດບັງຫຼວງ ແລະໃຊ້ອໍານາດແບບບໍ່ຖືກຕ້ອງນັ້ນ ຕ້ອງຖືກລົງວິໃນຢ່າງເຂັ້ມງວດ, ສະແດງໃຫ້ເຫັນວ່າພັກກອມມູນິດຈີນເປັນພັກທີ່ເພື່ອປະຊາຊົນຢ່າງແທ້ຈິງຫາກບໍ່ແມ່ນເພື່ອສ່ວນໂຕ. ນອກນັ້ນ, ຍັງມີຄໍາເວົ້າທີ່ວ່າ: “ພູຂຽວນໍ້າໃສ ກໍ່ຄືພູເງິນພູຄໍາ” ນີ້ສະແດງໃຫ້ເຫັນເຖິງຈີນໃຫ້ຄວາມສໍາຄັນຕໍ່ການຮັກສາສິ່ງແວດລ້ອມ ຊຶ່ງຄໍາເວົ້ານີ້ຕິດອົກຕິດໃຈທີ່ສຸດ.

ນອກນັ້ນ, ທ່ານ ສົມສະຫວາດ ຍັງປະທັບໃຈຕໍ່ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສະເໜີໂດຍທ່ານ ສີຈິ້ນຜິງ  ຊຶ່ງເປັນຂໍ້ລິເລີ່ມທີ່ໄດ້ເຊື່ອມໂຍງປະຊາຄົມໂລກໃຫ້ເຂົ້າກັນແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນໍາກັນ.

ທ່ານ ສົມສະຫວາດ ເຊື່ອໝັ້ນວ່າ: ສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນຕາມແນວຄິດຂອງພັກກອມມູນິດຈີນ ກໍ່ຄືຕາມແນວຄິດຂອງທ່ານສີຈິ້ນຜິງ ສືບຕໍ່ໄປຄືແນວນີ້, ປະເທດຈີນຈະມີອະນາຄົມອັນສະຫວ່າງສະໄຫວ ແລະບໍ່ມີອິດທິກໍາລັງໃດມາກົດໜ່ວງໄດ້.

ຄຳ​ເຫັນ

0