吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຈະ​ຊື້​ວັກ​ຊີນ​ໂຄວິດ-19 ອີກ 5 ລ້ານຫຼອດ​​ຈາກ​ຈີນ

2021-03-21 16:59:27 ​CRI

ໄທ​ຈະ​ຊື້​ວັກ​ຊີນ​ໂຄວິດ-19 ອີກ 5 ລ້ານຫຼອດ​​ຈາກ​ຈີນ_fororder_3ccb7de3301e414898bec2dbea08518f_16x9

 

ວັນ​ທີ 20 ມີ​ນາ​ນີ້, ທ່ານ​ວິ​ທູນ ດ່ານ​ວິ​ບູນ ຫົວ​ໜ້າ​ກົມ​ຢາ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້​ກ່າວ​ຢູ່​ສະ​ຖານ​ທີ່ຮັບ​ວັກ​ຊີນ​ໂຄວິດ-19 ຈີນ​​ງວດ​ທີ​ສອງວ່າ: ໄທ​ຈະ​ຊື້​ວັກ​ຊີນ​ໂຄວິດ-19 ອີກ 5 ລ້ານຫຼອດ​ຈາກ​ຈີນ ເພື່ອ​ຊ່ວຍ​ໄທ​ຕ້າ​ນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

 

​ວັກ​ຊີນ​ຊີ​ນໂນ​ແວກ​ທີ່ລັດ​ຖະ​ບານ​ໄທ​ໄດ້​ຊື້​​ໃນກ່ອນ​ໜ້າ​ນີ້​ຈະ​ຂົ​ນ​ສົ່ງ​ໄປ​ເຖິງ​ປະ​ເທດ​ໄທ​ໂດຍ​ແບ່ງ​ເປັນ 3 ງວດ, ງວດ​ທຳ​ອິດ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ປະ​ເທດ​ໄທ​ໃນ​ວັນ​ທີ 24 ກຸ​ມ​ພາ​ຜ່ານ​ມາ​ນີ້ ແລະ ເລີ່ມ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ໄທ​ແລ້ວ; ງວດ​ທີ​ສອງ​​ໄດ້ຂົນ​ສົ່​ງ​ໄປ​ເຖິງ​ປະ​ເທດ​ໄທ​ໃນ​ຕອນ​ເຊົ້າວັນ​ທີ 20 ມີ​ນາ​ນີ້ ແລະ ​ງວດ​ທີ 3 ຈະ​ຂົນ​ສົ່ງ​ໄປ​ເຖິງ​ປະ​ເທດ​ໄທ​ໃນ​ເດືອນ​ເມ​ສາ​ໜ້າ​ນີ້.

 

ໄທ​ຈະ​ຊື້​ວັກ​ຊີນ​ໂຄວິດ-19 ອີກ 5 ລ້ານຫຼອດ​​ຈາກ​ຈີນ_fororder_b36c00f0247148058a52a17cfcbcdad6_16x9

 

​ວັນ​ທີ 20 ມີ​ນາ​ນີ້, ໄທ​ໄດ້​ລາຍ​ງານມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່ 119 ກໍ​ລະ​ນີ​ພາຍ​ໃນ​ເວ​ລາ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ຜູ້​ທີ່​ຕິດ​ເຊື້ອ​ພະ​ຍາດ​ຢູ່​ໃນ​ປະ​ເທດ​ໄທ​ມີ 112 ກໍ​ລະ​ນີ, ຜູ້​ທີ່​ເຂົ້າ​ມາ​ຈາກ​ຕ່າງ​ປະ​ເທດ​ມີ 7 ກໍ​ລະ​ນີ, ລວມ​ທັງ​ໝົດ​ມີ​ຜູ້​ຕິດ​ເຊື້ອ 27.713 ກໍ​ລະ​ນີ. ບໍ່​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ທີ່​ເພີ່ມ​ໃໝ່, ລວມ​ທັງ​ໝົດ​ມີ​ຜູ້ເສຍ​ຊີ​ວິດ 90 ​ກໍ​ລະ​ນີ ແລະ ອັດ​ຕາ​ເສຍ​ຊີ​ວິດ​ແມ່ນ 0,32%.

 

 

 

ຄຳ​ເຫັນ

0