何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວ ເລືອກຕັ້ງການນໍາປະເທດຊຸດໃໝ່

2021-03-22 14:39:13 CRI

ສປປ ລາວ ເລືອກຕັ້ງການນໍາປະເທດຊຸດໃໝ່_fororder_微信图片_20210322103620

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດລາວຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ມີນານີ້ທີ່ຫໍສະພາແຫ່ງຊາດຕຶກໃໝ່. ກອງປະຊຸມໄດ້ເລືອກຕັ້ງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ເປັນປະທານປະເທດແຫ່ງ ສປປ ລາວຄົນໃໝ່. ພ້ອມກັນນີ້, ກອງປະຊຸມໄດ້ເລືອກຕັ້ງທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ເປັນນາຍົກລັດຖະມົນຕີຄົນໃໝ່.

ກອງປະຊຸມຍັງໄດ້ເລືອກຕັ້ງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ເປັນປະທານສະພາແຫ່ງຊາດຊຸດທີ IX ແລະໄດ້ເລືອກຕັ້ງຮອງປະທານປະເທດ 2 ທ່ານ, ຮອງປະທານສະພາແຫ່ງຊາດ 5 ທ່ານ ແລະຮອງນາຍົກລັດຖະມົນຕີ 3 ທ່ານ. ນອກນີ້, ກອງປະຊຸມຍັງໄດ້ຮັບຮອງລາຍຊື່ຂອງຄະນະລັດຖະບານຊຸດໃໝ່ທີ່ປະກອບດ້ວຍ 17 ກະຊວງ ແລະ 2 ອົງການທຽບເທົ່າ..

   ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດລາວຊຸດທີ IX ຈະດໍາເດີນຈົນຮອດວັນທີ 26 ມີນານີ້ ຊຶ່ງກອງປະຊຸມຍັງຈະພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ ຕໍ່ໜ້າ (2021-2025);ພິຈາລະນາ ແລະຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ຜ່ານມາ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີຕໍ່ຫນ້າ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ; ພິຈາລະນາ ແລະຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີຜ່ານມາ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີຕໍ່ຫນ້າ (2021-2025) ຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ; ພິຈາລະນາ ແລະຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ຕໍ່ໜ້າ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX; ພິຈາລະນາ ແລະຮັບຮອງເອົາແຜນການສ້າງ ແລະປັບປຸງກົດໝາຍ 5 ປີຕໍ່ຫນ້າ (2021-2025) ຂອງສະພາແຫ່ງຊາດຊຸດທີ IX.

ຄຳ​ເຫັນ

0