何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

5 ປີຜ່ານມາ, ເສດຖະກິດຂອງລາວໄດ້ຂະຫຍາຍຕົວໂດຍສະເລ່ຍ 5,8% ຕໍ່ປີ

2021-03-22 10:46:51 CRI

5 ປີຜ່ານມາ, ເສດຖະກິດຂອງລາວໄດ້ຂະຫຍາຍຕົວໂດຍສະເລ່ຍ 5,8% ຕໍ່ປີ_fororder_微信图片_20210322104703

ຕອນເຊົ້າຂອງວັນທີ 22 ມີນານີ້, ກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດຊຸດທີ VIII, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍການນໍາ ແລະອະດີດການນໍາຂັ້ນສູງ. 


ໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕາງໜ້າສະພາແຫ່ງຊາດຊຸດທີ VIII ກ່າວສູນທອນພົດຊຶ່ງມີເນື້ອໃນບາງຕອນວ່າ: ໃນໄລຍະ 5 ປີຜ່ານມາ, ເຖິງແມ່ນວ່າສະພາບສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາ ແລະສະຫຼັບສັບຊ້ອນ, ມີທັງກາລະໂອກາດ ແລະສິ່ງທ້າທາຍທົດສອບຫຼາຍປະການ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງທີ່ໄດ້ສົ່ງຜົນກະທົບທາງລົບ ຕໍ່ເສດຖະກິດໂລກ ກໍ່ຄືຕໍ່ການພັດທະນາປະເທດລາວພວກເຮົາກໍຕາມ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສູນກາງພັກ, ດ້ວຍການເສີມຂະຫຍາຍຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຄະນະນໍາແຕ່ລະຂຶ້ນກໍຄືການເສີມຂະຫຍາຍຄວາມເປັນເຈົ້າການ, ຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະທ້ອງຖິ່ນຕາມທ່າແຮງບົ່ມຊ້ອນທີ່ມີ ແລະດ້ວຍການສະໜັບສະໜູນ, ການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະອົງການຈັດຕັ້ງສາກົນ ໄດ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງ ປະເທດໃນໄລຍະ 5 ປີ ຜ່ານມາ, ໄດ້ຂະຫຍາຍຕົວໂດຍສະເລ່ຍປະມານ 5,8% ຕໍ່ປີ, ລາຍຮັບງົບປະມານ ຂະຫຍາຍຕົວປະມານ 5,2%, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນເປັນກ້າວໆ, ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບ, ບົດບາດ ແລະ ອິດທິພົນຂອງ ສປປ ລາວ ຍັງສືບຕໍ່ໄດ້ຮັບການສະຫນັບສະຫນູນ ແລະຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ໃນໂລກ ແລະ ພາກພື້ນ.

ຄຳ​ເຫັນ

0