刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ພັນຄໍາ ວິພາວັນ ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ

2021-03-22 12:46:04 cri

ໃນກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນໃນວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດ, ທ່ານ ພັນຄໍາ ວິພາວັນ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່.

 

ທ່ານ ພັນຄໍາ ວິພາວັນ ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ_fororder_微信图片_20210322141150

 

ໃນເວລາກ່າວຮັບໜ້າທີ່ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວຄົນໃໝ່, ທ່ານ ພັນຄໍາ ວິພາວັນໄດ້ໃຫ້ຄໍາໝັ້ນສັນຍາ ແລະ ປະຕິຍານຕົນວ່າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດໝົດ ເພື່ອຮ່ວມກັບສະມາຊິກລັດຖະບານ ຊຸດທີ IX ປະຕິບັດໜ້າທີ່ຂອງຕົນໃຫ້ດີເທົ່າທີ່ຈະດີໄດ້ ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍ ຂອງ ສປປ ລາວ ດ້ວຍຄວາມຮັບຜິດຊອບສູງ ແລະ ຈະບໍລິສຸດໃຈ ເພື່ອຮ່ວມກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ບັນດາມະຕິຕົກລົງຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ ປະສົບຜົນສໍາເລັດເປັນຢ່າງດີ, ໃນນັ້ນ, ຈະສຸມໃສ່ປະຕິບັດ:
1. ສືບຕໍ່ຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບປອດໄພໃຫ້ໜັກແໜ້ນ ແລະ ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ໝົດໄປເທື່ອລະກ້າວ.
2. ສືບຕໍ່ເພີ່ມທະວີການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມເຂັ້ມແຂງດ້ວຍທຸກມາດຕະການ ລວມທັງການປະຕິຮູບລະບົບການເງິນ-ງົບປະມານຂອງລັດ ເພື່ອເຮັດໃຫ້ການເຕີບໂຕທາງດ້ານ ເສດຖະກິດ ມີຄຸນນະພາບເຂັ້ມແຂງ ແລະ ຍືນຍົງ.
3. ສືບຕໍ່ປັບປຸງ ກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ. ສິ່ງສໍາຄັນແມ່ນຈະເພີ່ມຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຕາມສິດໜ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນຕາມລະບຽບກົດໝາຍ.
4. ສືບຕໍ່ເອົາໃຈໃສ່ສ້າງບັນດາປັດໄຈ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດເປັນກ້າວໆ.
5. ສືບຕໍ່ຢຶດໝັ້ນ ແລະ ປະຕິບັດແນວທາງການຕ່າງປະເທດ, ສັນຕິພາບ, ມິດຕະພາບ ຂອງພັກ ແລະ ຮ່ວມມືຢ່າງຕັ້ງໜ້າ ລວມທັງການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກ.

ຄຳ​ເຫັນ

0