何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ເລືອກຕັ້ງປະທານສະພາ

2021-03-22 10:37:03 CRI


 ກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດຊຸດທີ VIII, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍການນໍາ ແລະອະດີດການນໍາຂັ້ນສູງ. ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 22 ມີນາ 2021. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ລົງຄະແນນ ດ້ວຍສຽງທັງໝົດ 98,78% ເລືອກເອົາທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ຂຶ້ນເປັນປະທານສະພາແຫ່ງຊາດຊຸດທີ IX.

 

ກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ເລືອກຕັ້ງປະທານສະພາ_fororder_微信图片_20210322103628


ຫຼັງຈາກສໍາເລັດການເລືອກຕັ້ງປະທານສະພາແຫ່ງຊາດຊຸດທີ IX ແລ້ວ, ກອງປະຊຸມຈະສືບຕໍ່ພິຈາລະນາ ແລະຮັບຮອງເອົາຮອງປະທານສະພາ ແລະຄະນະກໍາມະການປະຈໍາສະພາແຫ່ງຊາດ ຊຸດທີ IX.

 

ກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ເລືອກຕັ້ງປະທານສະພາ_fororder_微信图片_20210322103620

ຄຳ​ເຫັນ

0