何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານກໍານົດ 6 ເປົ້າໝາຍໃຫຍ່ໃນແຜນການ 5 ປີຄັ້ງທີ IX

2021-03-23 14:46:15 CRI

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນຜ່ານທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ(2021-2025) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ເມື່ອຕອນບ່າຍຂອງວັນທີ 22 ມີນາ 2021.

 

ກ່ຽວກັບທິດທາງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX, ທ່ານ ພັນຄໍາ ວິພາວັນ ໄດ້ກ່າວວ່າ: ອີງໃສ່ສິ່ງທ້າທາຍ, ກາລະໂອກາດ ແລະ ທ່າແຮງຂອງສະພາບເສດຖະກິດພາກພື້ນ ແລະ ສາກົນ ທີ່ຍັງຈະສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ ບວກກັບສະພາບພາຍໃນປະເທດລາວ ໃນ 5 ປີຕໍ່ໜ້າ ຍັງຈະພົບຄວາມຫຍຸ້ງຍາກດ້ານເສດຖະກິດມະຫາພາກ, ເຊິ່ງຈະເປັນສິ່ງທ້າທາຍຕໍ່ການພັດທະນາ, ເຖິງແນວໃດກໍ່ຕາມ ປະເທດລາວ ຍັງມີທ່າແຮງດ້ານຊັບພະຍາກອນທໍາມະຊາດ, ກາລະໂອກາດ ແລະ ເງື່ອນໄຂໃໝ່ທີ່ເປັນປັດໄຈຂັບເຄື່ອນການພັດທະນາ, ດັ່ງນັ້ນ, ລັດຖະບານລາວ ໄດ້ກໍານົດແຜນການ 5 ປີຄັ້ງທີ IX ດ້ວຍ 6 ເປົ້າໝາຍໃຫຍ່, 25 ແຜນວຽກຈຸດສຸມ ແລະ ໂຄງການບູລິມະສິດຕົ້ນຕໍຈໍານວນໜຶ່ງຄື: ໜຶ່ງ: ເສດຖະກິດແຫ່ງຊາດຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບໝັ້ນທ່ຽງ ແລະ ຍືນຍົງ. ສອງ, ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ. ສາມ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ສີ່, ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດູນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ. ຫ້າ, ການສ້າງໂຄງລ່າງພື້ນຖານທີ່ີມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ ແລະຫົກ, ການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.

ຄຳ​ເຫັນ

0