何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນຜິ​ງສົ່ງ​ສານ​ຊົມ​​ເຊີຍ​ໄປ​ຍັງ​ ທ່ານ​ ທອງ​ລຸນ ສີ​ສຸ​ລິດ​ເພື່ອ​ສະແດງຄວາມຊົມ​ເຊີຍທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງໃຫ້​ເປັນ​ປະທານ​ປະ​ເທດ ສປປ​ລາວ

2021-03-23 20:55:50 CRI

ວັນ​ທີ 23 ມີນາ​ນີ້, ທ່ານ​ສີ​ຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​​ເຊີຍ​ໄປ​ຍັງ​ ທ່ານ​ ທອງ​ລຸນ ສີ​ສຸ​ລິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ເພື່ອ​ສະແດງຄວາມຊົມ​ເຊີຍທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງໃຫ້​ເປັນ​ປະທານ​ປະ​ເທດ ສປປ​ລາວ.

 

ໃນສານ​ຊົມ​ເຊີຍຂອງທ່ານ ສີຈິ້ນຜິງ ລະບຸ​ວ່າ:  ຈີນ ​ແລະ​ລາວ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ແລະ​ມີ​ພູຜາ​ແມ່​ນໍ້າ​ຕິດ​ຈອດ​ກັນ, ນັບ​ແຕ່​ການ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​​ເປັນ​ເວລາ 60 ປີ​ທີ່​ຜ່ານ​ມາ, ການ​ພົວພັນ​ລະຫວ່າງສອງ​ພັກ ສອງ​ລັດ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ​ມີ​ຄວາມ​ໜັກ​ແໜ້ນ​ຍິ່ງ​ຂຶ້ນ. ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-​ລາວ​ໄດ້​ບັນລຸການ​ພັດທະນາ​ອັນ​ໃໝ່, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ໄດ້​ຮັບການ​ຍົກ​ສູງ​ຂຶ້ນ, ການ​ຮ່ວມ​ມື​ຕົວ​ຈິງ​ໄດ້​ມີ​ບາດກ້າວ​ໃໝ່, ການ​ພົວພັນ​ສອງ​ຝ່າຍ​ໄດ້​ເຂົ້າ​ສູ່​ຍຸກ​ໃໝ່​ທີ່​ສ້າງຄູ່​ຮ່ວມ​ຊາຕາກຳນຳກັນ. ​ນັບແຕ່​ປີ​ກາຍ​ນີ້ເປັນຕົ້ນ​ມາ, ພວກ​​ເຮົາ​ໄດ້​ຮ່ວມ​ມື​ກັນຕ້ານ​ກັບ​ພະຍາດ​ໂຄ​ວິດ-19, ເຊິ່ງໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ນໍ້າ​​ໃຈ​ຄູ່​ຮ່ວມ​ຊາຕາກຳຈີນ-​ລາວຢ່າງ​ມີ​ຊີວິດ​ຊີວາ,ທັງ​ໄດ້​ປັບປຸງ​ມິ​ດຕະພາບ​ຖານ​ອ້າຍ​ນ້ອງ​ໃຫ້​ໜັກ​ແໜ້ນ​ກວ່າ​ເກົ່າ.

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ປະຈຸ​ບັນ ​ໂລກ​ພວມ​ຜະ​​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ​ໃນ​ຮອບ​ຮ້ອຍ​ປີຜ່ານມາ, ການ​ພົວພັນ​ຈີນ-​ລາວ​ພວມ​ຢູ່​ໃນ​ໄລຍະ​ສຳຄັນ​ທີ່​ສືບ​ທອດ​ມູນ​ເຊື້ອອັນ​ເກົ່າ ​ແລະ​ເສີມ​ຂະ​ຫຍາຍ​ອັນໃໝ່. ຂ້າພະ​ເຈົ້າ​ໄດ້ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່​ການ​ພັດ​ທະນາສາຍ​ພົວພັນ​ຈີນ-​ລາວ, ຍິນ​ດີ​ຮ່ວມ​ກັບ​ ທ່ານ ​ທອງ​ລຸນ ສີ​ສຸ​ລິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ​ລາວ, ພະຍາຍາມປັບປຸງ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​-ລາວ, ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມສຸກ ​ແລະ ມິດຕະພາບ​ຂອງ​ປະຊາຊົນ​ສອງ​ຊາດ, ຊຸກຍູ້​​ໃຫ້ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ຈີນ-​ລາວ​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ມື້​ດຽວ​ກັນ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງທ່ານ​ພັນ​ຄຳ ວິພາ​ວັນ ທີ່​ໄດ້ຮັບ​ເລືອກ​ຕັ້ງ​ໃຫ້ເປັນ​ນາຍົກລັດຖະມົນຕີ​ ສ​ປ​ປ ລາວ, ​ໃນສານຊົມເຊີຍຂຽນວ່າ:​ ຂ້າພະເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ ພັນ​ຄຳ ວິພາ​ວັນ​​ພະຍາຍາມຮ່ວມກັນເພື່ອ ​ເສີມ​ສ້າງ​ເນື້ອ​ໃນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກຍູ້​ໃຫ້​ພາລະກິດ​ທີ່​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ຈີນ-​ລາວ​ໄດ້​ຮັບ​ຄວາ​ມຄືບ​ໜ້າ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຄຳ​ເຫັນ

0