何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາແຫ່ງຊາດສະເໜີໄອຍະການ ແລະ ສານ ເອົາໃຈໃສ່ 5 ວຽກງານສໍາຄັນ

2021-03-24 14:57:18 CRI

ທ່ານ ຄໍາແພງ ວິລະພັນ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການຍຸຕິທໍາໄດ້ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາວຽກງານ 5 ປີ ຜ່ານມາ ແລະທິດທາງວຽກງານແຜນການ ເຄື່ອນໄຫວວຽກງານ 5 ປີ ຕໍ່ໜ້າ ໃນກອງປະຊຸມສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າຂອງວັນທີ 24 ມີນາ 2021, ໂດຍຍົກໃຫ້ເຫັນຜົນງານທີ່ສອງອົງການຍາດມາໄດ້ ໃນໄລຍະ 5 ປີຜ່ານມາ, ແຕ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດໃນຕໍ່ໜ້າ, ຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ສະເໜີໃຫ້ສອງອົງການຄວນເອົາໃຈໃສ່ເພີ່ມເຕີມບາງວຽກງານດັ່ງນີ້:

ຕໍ່ວຽກງານຂອງອົງການໄອຍະການປະຊາຊົນສູງສຸດ: 1).ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຄະນະພັກ, ປະຕິບັດຕາມຄຳຂວັນ 3 ມີ 4 ຮັບປະກັນ;  2).ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ. 3).ຍົກສູງຄວາມຮັບຜິດຊອບໃນການປະຕິບັດພາລະບົດບາດສິດ ແລະ ໜ້າທີ່. 4) ສືບຕໍ່ຈັດຕັ້ງປະຕິບັດກົນໄກການປະສານສົມທົບລະຫວ່າງພາກສ່ວນທີ່ກ່ຽວຂ້ອງໃນການດຳເນີນຄະດີ ຕາມຂະບວນຍຸຕິທໍາໃຫ້ເປັນລະບົບ. 5); ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII.

ຕໍ່ວຽກງານຂອງສານປະຊາຊົນສູງສຸດ, ຄະນະປະຈຳ ສະພາແຫ່ງຊາດໃຫ້ເອົາໃຈໃສ່ບາງວຽກງານດັ່ງນີ້: 1).ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ຜູ້ພິພາກສາ ແລະ ພະນັກງານຂອງສານປະຊາຊົນ. 2).ຍົກສູງຄຸນນະພາບ ການດຳເນີນຄະດີ ຂອງສານຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ຮັບປະກັນຄວາມຖືກຕ້ອງ. 3.) ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍ ໃຫ້ສໍາເລັດຕາມແຜນການ. 4).ສືບຕໍ່ຈັດຕັ້ງປະຕິບັດກົນໄກການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການດຳເນີນຄະດີ ຕາມຂະບວນຍຸຕິທໍາໃຫ້ເປັນລະບົບ. 5). ສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII.

ຄຳ​ເຫັນ

0