覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ໂຕ້​ຖ້ອຍຄຳ​ຂອງ​​ເຈົ້າ​ໜ້າ​ທີ່ອາ​ເມ​ຣິ​ກາ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້

2021-03-26 14:29:18 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼ​ງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມີ​ນາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວເນັ້ນໜັກວ່າ: ​ບໍ່​ມີ​ເຫດ​ຜົນ​​ໃດທີ່​ຈະ​ຖື​ເອົາເຄື່ອງ​ໝາຍ​“​ການຫັນເປັນ​ການ​ທະ​ຫານ​ຢູ່ທະ​ເລ​ຈີນ​ໃຕ້”​ມາໃຊ້​ກັບ​ຈີນ.
 

​ຕາມ​ຂ່າວ​ແຈ້ງ​ວ່າ, ທ່ານ​ແອນ​ໂຕ​ນີ ບ​ຣິນ​ເກັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ສຳ​ນັກ​ງານ​ໃຫຍ່​ກຸ່ມ​ນາ​ໂຕ​ໃນ​ວັນ​ທີ 24 ມີ​ນາ​ນີ້​ໂດຍ​ອ້າງວ່າ: ຈີນ​ໄດ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​​​ຢູ່​ທະ​ເລ​ຈີນ​ໃຕ້ໂດຍຫັນເປັນການທະຫານ, ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ເດີນ​ເຮືອຢ່າງ​ເສ​ລີ​ຢູ່​ທະ​ເລ​ຈີນ​ໃຕ້, ຈີນ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ເພື່ອ​ແກ້​ແຄ້ນ​ສະ​ຫະ​ພາບ​ເອີ​ຣົບ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຄວາມ​ສາ​ມັກ​ຄີ​ຂອງ​ກຸ່ມ​ນາ​ໂຕ​ແມ່ນ​ມີ​ຄວາມ​ໝາຍສຳ​ຄັນຫຼາຍ, ທັງ​ອ້າງວ່າຈີນ​ໄດ້​ທຳ​ລາຍ​ລະ​ບຽບ​ການ​ສາ​ກົນ​ແລະ​ຄ່າ​ນິ​ຍົມ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ, ເປັນໄພຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງລວມໝູ່ ​ແລະ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ຂອງ​ອາ​ເມ​ຣິ​ກາ-ເອີ​ຣົບ.
 

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ວ່າ: ຖ້ອຍ​ຄຳ​ດັ່ງ​ກ່າວຂອງ​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາ​​ໄດ້​ພິ​ສູດ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ, ອາ​ເມ​ຣິ​ກາ​ໄດ້​ໃຊ້​ສິດ​ເສ​ລີ​ເໜືອ​ທຳ​ມະ​ດາ​ແກ່​ຕົນ​ເອງ​ໃນ​ດ້ານ​ການ​ປາ​ກ​ເວົ້າ​ຢ່າງ​ບໍ່​ມີຫຼັກ​ຖານອ້າງ​ອີງ, ຕິດ​ເຄື່ອງ​ໝາຍ​ໃຫ້ກັບຜູ້​ອື່ນ​ຕາມ​ລຳພັງໃຈ.
 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ຕື່ມ​ວ່າ: “ດິນ​ແດນ​ອາ​ເມ​ຣິ​ກາ​ຫ່າງ​ຈາກ​ທະ​ເລ​ຈີນ​ໃຕ້ 8300 ກວ່າໄມ, ແຕ່ອາເມຣິກາ​ພັດ​ໄດ້​ສ້າງ​ຖານ​ທັບຫຼາຍ​ແຫ່ງໂດຍ​ຕິດ​ຕັ້ງ​ອາ​ວຸ​ດ​ລັກ​ສະ​ນະ​ບຸກ​ໂຈມ​ຕີ​ຢູ່​ອ້ອມ​ແອ້ມ​ທະ​ເລ​ຈີນ​ໃຕ້, ໄດ້ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ແລະ​ ເຮືອບິນ​ຖິ້ມ​ລະ​ເບີດ​ທາງ​ຍຸດ​ທະ​ສາດ​ເຂົ້າ​ປະຈຳການຢູ່​ທະ​ເລ​ຈີນ​ໃຕ້​ເລື້ອຍໆ, ທັງ​ໄດ້​ຈັດ​ວາງ​ເຮືອບິນ​ທະ​ຫານ,ກຳ​ປັ່ນ​ຮົບ​ຈຳ​ນວນຫຼວງຫຼາຍ​ຢູ່​ທະ​ເລ​ຈີນ​ໃຕ້ຕາມ​ປົກ​ກ​ະ​ຕິ,ຍິ່ງ​ໄປ​ກວ່າ​ນັ້ນຍັງ​​ໄດ້​ສວຍໃຊ້​​ລະ​ຫັດເຮືອ​ບິນ​ພົນ​ລະ​ເຮືອນ​ຂອງປະ​ເທດ​ອື່ນ​ມາປອມແປງ​ໃຫ້​ກັບ​ເຮືອ​ບິນ​ທະ​ຫານ​ຂອງ​ຕົນເພື່ອ​​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຈີນ​ໃຕ້​ຫຼາຍກວ່າ​ຮ້ອຍ​ເທື່ອ. ຄັນ​ເວົ້າ​ເຖິງເລື່ອງ ‘​ປະ​ຕິ​ບັດ​ການ​ຫັນ​ເປັນ​ການ​ທະ​ຫາ​ນ​ແລະ​ສ້າງ​ໄພ​ຂົ່ມ​ຂູ່​ຕໍ່ການ​ເດີນ​ເຮືອຢ່າງ​ເສ​ລີຢູ່ທະເລຈີນໃຕ້​’ນັ້ນ, ເຄື່ອງ​ໝາຍ​ແບບນີ້​ແມ່ນ​ເໝາະ​ກັບ​ອາ​ເມ​ຣິ​ກາ​ທີ່​ສຸດ. ”

ຄຳ​ເຫັນ

0