徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງ​ງານ​ກັ່ນ​ນ້ຳ​ມັນ​ແຫ່ງ​ໜຶ່ງ​ຂອງບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ເກີດ​ໄຟ​ໄໝ້ ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ 4 ຄົນ

2021-03-29 14:22:15 cri

ຕາມ​ຂ່າວCRI:ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ວ່າ, ໃນ​ເວ​ລາ 0 ໂມງ 45 ນາ​ທີ​ຂອງວັນ​ທີ 29 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ໂຮງ​ງານ​ກັ່ນ​ນ້ຳ​ມັນ​ແຫ່ງ​ໜຶ່ງ​ທີ່​ຕັ້ງ​ຢູ່​ເຂດ​ອິນດຼາມາ​ຢູ​ຂອງ​ແຂວງ​ຈາ​ວາ​ຕາ​ເວັນ​ຕົກ​ຂອງ​ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ອຸ​ບັດ​ຕິ​ເຫດໄຟ​ໄໝ້. ໃນ​ເວ​ລາ​ເກີດ​ອຸ​ບັດ​ຕິ​ເຫດ, ມີ​​ຊາວ​ເມືອງ 4 ຄົນ​ທີ່ກຳ​ລັງ​ຍ່າງ​ຜ່ານ​ເຂດ​ດັ່ງ​ກ່າວໄດ້​ຮັບ​ບາດ​ເຈັບ​ຍ້ອນ​ໄຟ​ໄໝ້, ແລະ​ຖືກ​ສົ່ງ​ໄປປິ່ນ​ປົວ​ຢູ່​ໂຮງ​ໝໍ​ທ້ອງ​ຖິ່ນໃນ​ທັນ​ທີ. ປັດ​ຈຸ​ບັນ​ນີ້​ສາ​ເຫດ​ການ​ເກີດ​ໄຟ​ໄໝ້​ກຳ​ລັງ​ໄດ້​ຮັບ​ການ​ສຳ​ຫຼວດ.

 

ຄຳ​ເຫັນ

0