徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນ​ຕ້ານ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ເນ​ປານ​ຖືກ​ຂົນ​ສົ່ງໄປ​ຮອດນະ​ຄອນ​ຫຼວງ​ກັດ​ມັນ​ດູ​

2021-03-30 15:03:23 CRI

ຕາມ​ຂ່າວCRI:ໃນ​ຕອນ​ເຊົ້າ​ວັນ​ທີ 29 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ວັກ​ຊີນ​ຕ້ານ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ເນ​ປານ​ໄດ້​ຖືກ​ຂົນ​ສົ່ງໄປ​ຮອດ​ນະ​ຄອນ​ຫຼວງ​ກັດ​ມັນ​ດູ​ຂອງ​ເນ​ປານ, ທ່ານ​ຮີ​ເດ​ເຢ​ສ ຕຼີ​ປາ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ປະ​ຊາ​ກອນ​ເນ​ປານ​ແລະ​ທ່ານ​ນາງ​ໂຫ​​ຢ້ຽນ​ຊີ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເນ​ປານໄດ້​ເດີນ​ທາງ​ໄປ​ຕ້ອນ​ຮັບ​ຢູ່​ສະ​ໜາມ​ບິນ. ວັກ​ຊີນ​ຕ້ານ​ໂຄວິດ-19 ງວດ​ນີ້​ລ້ວນ​ແຕ່​ແມ່ນ​ວັກ​ຊີນທີ່ຜະ​ລິດ​ໂດຍ​ຫ້ອງ​ຄົ້ນ​ຄວ້າ​ຢາ​ຊີ​ວະ​ຊາດ​ປັກ​ກິ່ງ​ທີ່​ຂຶ້ນ​ກັບກຸ່ມ​ບໍ​ລິ​ສັດ​ຊິນ​ໂນ​ຟາມ​ຂອງ​ຈີນ​.

ທ່ານ​ຮີ​ເດ​ເຢ​ສ ​ຕຼີ​ປາ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ປະ​ຊາ​ກອນ​ເນ​ປານ​​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ສະ​ໜອງວັກ​ຊີນ​​ໃຫ້ແກ່​ລັດ​ຖະ​ບານ​ເນ​ປານ. ທ່ານ​ກ່າວ​ວ່າ, ເຊື່ອ​ວ່າ​ວັກ​ຊີນ​ຈີນ​ງວດ​ນີ້​ຍ່ອມ​ຈະ​ສາ​ມາດ​ຊ່ວຍ​ເຫຼືອ​ເນ​ປານ​ຕໍ່​ຕ້ານ​ສະ​ພາບ​ພະ​ຍາດ​ໄດ້.

ວັນ​ທີ 17 ກຸມ​ພາ​ປີ 2021 ແລ້ວ​ນີ້, ກົມ​ຕິດ​ຕາມກວດ​ກາ​ແລະ​ຄຸ້ມ​ຄອງ​ຢາ​ເນ​ປານ​ໄດ້​ປະ​ກາດແຈ້ງ​ການ​, ໂດຍອະ​ນຸ​ຍາດ​ໃຫ້​ເນ​ປານ​ນຳ​ໃຊ້​ວັກ​ຊີນ​ຕ້າ​ນ​ໂຄວິດ-19 ຂອງ​ກຸ່ມ​ບໍ​ລິ​ສັດ​ຊິນ​ໂນ​ຟາມ​ຈີນ​ຢ່າງ​ຮີບ​ດ່ວນ.

ຄຳ​ເຫັນ

0