蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 4 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຈະ​ຢ້ຽມ​ຢາມ​ຈີນ

2021-03-31 10:20:11 CRI

     ວັນ​ທີ 30 ມີ​ນານີ້, ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ວ່າ: ໂດຍ​ຕອບ​ສະ​ໜອງ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ວິ​ວຽນ ບາ​ລັກ​ຣິ​ສ​ນານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ, ທ່ານ​ຮິ​ຊາ​ມູ​ດິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ, ທ່ານ​ເຣດ​ໂນ ເລ​ສ​ຕາ​ຣີ ປ​ຣິ​ອັນ​ຊາ​ຣີ ມາ​ຊູ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ແລະ​ທ່ານ​ເຕວ​ໂດ​ໂຣ ລ​ອັກ​ຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ຈະ​ຢ້ຽມ​ຢາມ​ຈີນ​ແຕ່​ວັນ​ທີ 31 ມີ​ນານີ້ຫາ​ວັນ​ທີ 2 ເມ​ສາ​ໜ້ານີ້.

     ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມີ​ນານີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງ​ຊີ້​ໃຫ້​ເຫັນ​ວ່າ: ປີນີ້​ແມ່ນປີ​ທີ່​ຈີນກັບບັນ​ດາ​ປະ​ເທດອາ​ຊຽນ​ສ້າງການ​ພົວ​ພັນ​ຄູ່​ສົນ​ທະ​ນາຄົບ​ຮອບ 30 ປີ. ພວກ​ເຮົາ​ຫວັງ​ວ່າ, ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຈະ​ສາ​ມາດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ປະ​ເທດ​ອາ​ຊຽນ​ກ່ຽວ​ກັບສະ​ຖາ​ນະ​ການ​ພາກ​ພື້ນກໍ່​ຄື​ສາ​ກົນ, ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​ລະ​ຫວ່າງ​ການ​ນຳ​ສອງ​ຝ່າຍ​ຕື່ມ​ອີກ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຕ້ານ​ພະ​ຍາດ​ແລະ​ການ​ພັດ​ທະ​ນາ​ຕື່ມ​ອີກ, ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”ດ້ວຍ​ຄຸນ​ນະ​ພາບ​ສູງ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ ພ້ອມ​ທັງ​ການ​ພົວ​ພັນ​ສອ​ງ​ຝ່າຍ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ໃຫ້​ກ້າວ​ສູ່​ລະ​ດັບ​ໃໝ່, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ຢ່າງ​ດີກວ່າ​ເກົ່າ

ຄຳ​ເຫັນ

0