秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປ ຈີນ ຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ອີກ 800.000 ໂດດ

2021-04-01 15:38:46 cri

ສປ ຈີນ ຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ອີກ 800.000 ໂດດ_fororder_d698ad650074beec5f899bf8a35841d

ວັກຊີນປ້ອງກັນໂຄວິດ-19 ຈໍານວນ 800.000 ໂດດ ໂດຍໃຫ້ການຊ່ວຍເຫຼືອລ້າ ຈາກ ລັດຖະບານ ແລະກອງທັບ ສປ ຈີນ ມອບໃຫ້ ສປປ ລາວ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນຄໍ່າ ວັນທີ 31 ມີນາ 2021ນີ້, ເຊິ່ງເປັນຄັ້ງທີສອງ ທີ່ ສປ ຈີນໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ.  ຕາງໜ້າຝ່າຍລາວຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ໂດຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະຕາງໜ້າຝ່າຍຈີນມອບໂດຍທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ເຂົ້າຮ່ວມໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ສປ ຈີນ ຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ອີກ 800.000 ໂດດ_fororder_58f6c21ed46dd5ae0b851a807fa0609

    ໂອກາດນີ້, ທ່ານ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງສູງໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວລາໃດ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະໃຫ້ການຊ່ວຍເຫຼືອອັນລ້ໍາຄ່າ ແກ່ລັດຖະບານ ກໍຄືປະຊາຊົນລາວຕະຫຼອດມາ ເຊິ່ງເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫມັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ແທ້ຈິງ. ການຊ່ວຍເຫຼືອຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ທີ່ເປັນຫຼັກຄ້ໍາປະກັນໃຫ້ລັດຖະບານ ກໍ່ຄືປະຊາຊົນລາວ ມີກໍາລັງແຮງໃຈເພີ່ມຂຶ້ນ ເພື່ອຕໍ່ສູ້ກັບພະຍາດໂຕຮ້າຍກາດນີ້ ແລະເປັນພູມຄຸ້ມກັນໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິພາບສູງຂຶ້ນຕື່ມ. ທ່ານຍັງໃຫ້ຄໍາຫມັ້ນສັນຍາວ່າຈະນໍາໃຊ້ຢາວັກຊີນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.

ສປ ຈີນ ຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ອີກ 800.000 ໂດດ_fororder_c35d0e392a5c1240b1f5087eeed0d43

    ທ່ານ ຈ່ຽງຈ້າຍຕົ່ງ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງຈີນໃນການຊ່ວຍເຫຼືອປະເທດພວມພັດທະນາເທົ່ານັ້ນ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນການຊ່ວຍຊູຍູ້ໜູນກັນອີກດ້ວຍ. ຈີນຍິນດີຄຽງຄູ່ກັບຝ່າຍລາວ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາທາງດ້ານສາທາລານະສຸກຂອງມວນມະນຸດ ເພື່ອນໍາເອົາຜົນປະໂຫຍດໄປສູ່ປະຊາຊົນທົ່ວໂລກ.

ສປ ຈີນ ຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ອີກ 800.000 ໂດດ_fororder_af12073e3b4d6053fdfbfc05c1cc9cd

    ໃນຕົ້ນເດືອນກຸມພາຂອງປີນີ້, ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊີນແກ່ລັດຖະບານລາວຈໍານວນ 300.000 ໂດດ ເຊິ່ງໄດ້ສັກໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ໂດຍສະເພາະ ພະນັກງານແພດຫມໍ, ພະນັກງານປະຈໍາດ່ານຕ່າງໆ ແລະອື່ນໆ ພ້ອມທັງປະຊາຊົນລາວຜູ້ທີ່ມີຄວາມສ່ຽງ ແລະມີຄວາມຈໍາເປັນ ເຊິ່ງເຫັນວ່າຜ່ານການນໍາ ໃຊ້ວັກຊີນຊີໂນຟາມຂອງຈີນ ແມ່ນມີປະສິດທິພາບ ແລະມີຄວາມປອດໄພສູງ. ປັດຈຸບັນ ແມ່ນໄດ້ປະກາດໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ຢາກສັກຢາວັກຊີນດັ່ງກ່າວ ແມ່ນສາມາດໄປສັກໄດ້ຢູ່ຕາມໂຮງຫມໍທີ່ລັດໄດ້ກໍານົດໄວ້.

ຄຳ​ເຫັນ

0