徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ

2021-04-01 16:04:13 CRI

ຕາມ​ຂ່າວCRI:ວັນ​ທີ 31 ມີ​ນາ​ແລ້ວ​ນີ້, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ວິ​ວຽນ ບາ​ຣາ​ຄ​ຣິ​ສ​ນານ, ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​ຢູ່​ນະ​ຄອນ​ໜານ​ພີງ​ແຂວງ​ຟູ​ຈຽນ​ຂອງ​ຈີນ.

 

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ສອງ​ຝ່າຍ​ຕ້ອງ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນແລະ​ການ​ຕິດ​ຕໍ່​ພົວ​ພັນກັນ​ຂັ້ນ​ສູງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ພັກ​ແລະ​​ການ​ແລກ​ປ່ຽນ​ທາງ​ດ້ານບົດ​ຮຽນ​ດ້ານ​ການ​ບໍ​ລິ​ຫານ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ການ​ເມືອງ, ຮ່ວມ​ກັນ​ຮັບ​ມື​ກັບ​​ສິ່ງທ້າ​ທາຍ​ຈາກການ​ແຜ່​ລະ​ບາດ​ຂອງສະ​ພາບ​ພະ​ຍາດ​ເປັນ​ເວ​ລາ​ຍາວນານ. ຕ້ອງ​ອອກ​ແຮງ​ຮ່ວມ​ກັນ​ຄັດ​ຄ້ານ​​ການ​ປະ​ຕິ​ບັດ​ຕາມ “ລັດ​ທິ​ຊົນ​ຊາດ​ດ້ານວັກ​ຊີນ”, ປ້ອງ​ກັນ​ບໍ່​ໃຫ້​ເກີດ “​ສະ​ພາບ​ທີ່​ການ​ສະ​ໜອງວັກ​ຊີນ​ຜິດ​ໂຕນ​ກັນ​ຫຼາຍ”. ຕ້ອງ​ຊຸກ​ຍູ້​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ຮ່ວມ​ກັນ, ແລະ​ເຈາະ​ຈົງ​ສ້າງ​ເວ​ທີ​ຮ່ວມ​ມື​ໃໝ່ໃນ​ຂົງ​ເຂດ​ຢາຊີ​ວະ​ຊາດ​,ປັນ​ຍາ​ປະ​ດິດ​ຫຼື AI, ການ​ທະ​ນາ​ຄານ​ດີ​ຈີ​ຕອນ.

 

ທ່ານ​ວີິ​ວຽນ ບາ​ຣາ​ຄ​ຣິ​ສ​ນານ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ສ້າງ​ຕັ້ງ​​ພັກ​ກອມ​ມູ​ນິດ​ຈີນຄົບ​ຮອບ 100 ປີ, ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຈີນ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຍິ່ງ​ໃຫຍ່​ໃນ​ປະ​ຫວັດ​ສາດ​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຈີນ​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​​ຮອບ​ດ້ານ​ໃນ​ການ​ຫຼຸ​ລຶບ​ລ້າງ​ຄວາມ​ທຸກ​ຍາກ. ສິງ​ກະ​ໂປ​ຍິນ​ດີ​ປຶກ​ສາ​ຫາ​ລື​ກັບ​ຈີນ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ອາ​ຊຽນ-ຈີນ, ຍົກ​ສູງ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ-ຈີນ.

ຄຳ​ເຫັນ

0