李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ໜັບ​ສະ​ໜູນ​ການຈັດ​ກອງ​ປະ​ຊຸມ​ພິ​ເສດ​ຜູ້​ນຳ​ອາ​ຊຽນ ເພື່ອ​ທຳ​ການ​ໄກ່​ເກ່ຍໃຫ້​ສະ​ຖາ​ນະ​ການ​ມຽນ​ມາ

2021-04-02 17:40:56 cri

ວັນ​ທີ 1 ເມ​ສາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ຮີ​ຊາ​ມູ​ດິນ ຮູ​ເຊ​ອິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມະ​ເລ​ເຊຍ ຢູ່​ນະ​ຄອນ​ນານ​ພີງ ແຂວງ​ຟູ​ຈ້ຽນ​ຈີນ, ແລະ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າ​ວ​ຮ່ວມ​ກັນ.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ມຽນ​ມາ​ແມ່ນສະ​ມາ​ຊິກ​ອາ​ຊຽນ, ຈີນ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍ​ພູ​ສາຍ​ນ້ຳ​ຕິດ​ຈອດ​ກັນກັບ​ມຽນ​ມາ, ພວກ​ເຮົາ​ລ້ວນ​ແຕ່​ຫວັງ​ຢ່າງ​ຈິງ​ໃຈ​ວ່າ ພັກ​ຝ່າຍ​ຕ່າງໆ​ຂອງ​ມຽນ​ມາ ​ຈົ່ງພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍດ​ຍາວ​ນານ​ຂອງ​ປະ​ເທດ​ແລະ​ຊົນ​ຊາດ, ຈັດ​ການ​ເຈ​ລະ​ຈາ​ແລະ​ປຶກ​ສາ​ຫາ​ລື​ກັນ​ໂດຍ​ໄວ. ພວກ​ເຮົາ​ລ້ວນ​ແຕ່​ເອົາ​ໃຈ​ໃສ່ໃນ​ລະ​ດັບ​ສູງ​ຕໍ່​ສະ​ຖາ​ນະ​ການນອງ​ເລືອດ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ປະ​ເທດ​ມຽນ​ມາ, ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆຕ້ອງ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້, ຫຼີກ​ເວັ້ນ​ບໍ່​ໃຫ້​ສະ​ຖາ​ນະ​ການ​​ຮ້າຍ​ແຮງ​ຂຶ້ນ​ຕື່ມ​​ຈົນຄວບ​ຄຸມບໍ່​ໄດ້. ພວກ​ເຮົາ​ລ້ວນ​ແຕ່​ເຫັນ​ວ່າ, ປະ​ຊາ​ຄົມ​ໂລກ​ຄວນ​ອຳ​ນວຍ​ສະ​ພາບ​ແວດ​ລ້ອມ​ທີ່​ດີໃຫ້​ແກ່​ມຽນ​ມາ ເພື່ອ​ໃຫ້​ມຽນ​ມາ​ບັນ​ລຸ​ຄວາມ​ປອງດອງ​ກັນ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ ບົນ​ພື້ນ​ຖານ​ຍຶດ​ໝັ້ນ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ ທີ່​ເປັນ​ຫຼັກ​ການ​ພື້ນ​ຖານ​ໃນ​ການ​ພົວ​ພັນ​ສາ​ກົນ, ຫາກ​ບໍ່​ແມ່ນ​ທຳ​ການ​ຕົກ​ລົງ​ແທນ​ມຽນ​ມາ, ແລະ​ໃຊ້​ແຮງ​ກົດ​ດັນ​​ຕໍ່ມຽນ​ມາ​ຕາມ​ລຳ​ພັງ​ໃຈ. ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​​ສືບ​ຕໍ່ຊຸກ​ຍູ້​ການ​ເຈ​ລະ​ຈາ​ດ້ວຍ “ຮູບ​ແບບ​ອາ​ຊຽນ”, ສະ​ໜັບ​ສະ​ໜູນ​ການ​ຈັດ​ກອງ​ປະ​ຊຸມ​​ພິ​ເສດຜູ້​ນຳ​ອາ​ຊຽນ ເພື່ອ​ທຳ​ການ​ໄກ່​ເກ່ຍ​​ຕໍ່ສະ​ຖາ​ນະ​ການ​ມຽນ​ມາ.

ຄຳ​ເຫັນ

0