刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດເຫດເຮືອທ່ອງທ່ຽວຈົມນໍ້າຢູ່ສະຖານທີ່ທ່ອງທ່ຽວອ່າງນໍ້າງື່ມນະ​ຄອນຫຼວງວຽງຈັນ

2021-04-04 15:52:47 cri

 

ໃນເວ​ລາ​ປະ​ມານ 10 ໂມງ​ຂອງວັນທີ 4 ເດືອນເມສາ 2021, ຢູ່ທີ່ອ່າງນໍ້າ ງື່ມ​ຫ່າງຈາກ​ນະ​ຄອນຫຼວງວຽງຈັນ​ໄປ​ທິດ​ເໜືອ​ປະ​ມານ 60 ກິ​ໂລ​ແມັດໄດ້ ເກີດເຫດເຮືອທ່ອງ ທ່ຽວຈົມນໍ້າ, ຢູ່ເທິງເຮືອມີນັກທ່ອງທ່ຽວຫຼາຍກວ່າ 10 ຄົນ, ປັດຈຸບັນ, ໜ່ວຍກູ້ໄພກໍາລັງເລັ່ງມືການຊ່ວຍເຫຼືອ. ຕາມ​ຂ່າວ​ແຈ້ງວ່າ, ເຫດ​ການ​ເກີດ​ຂຶ້ນ​ອາດ​ຈະ​ເປັນ​ຍ້ອນ​ອາ​ກາດ​ທີ່​ບໍ່​ດີ.

ວັນ​ທີ 2 ເມ​ສາ​ນີ້, ກົມ​​ອຸ​ຕຸ​ນິ​ຍົມ​ແລະອຸ​ທຸ​ກະ​ສາດ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​​ແລະ​ສິ່ງ​ແວດ​ລ້ອມລາວ​ໄດ້​ປະ​ກາດ​ການ​ເຕືອນ​ໄພ​ດ້ານ​​ອາ​ກາດ, ຄາດ​ວ່າແຕ່​ວັນ​ທີ 2 ຫາ​ວັນ​ທີ 5 ເມ​ສາ​ນີ້, ຢູ່​ຫຼາຍ​ບ່ອນ​​ອາດ​ຈະ​ມີ​ຝົນ​ຕົກ​ແຮງ, ຝົນ​ຕົກ​ຟ້າ​​ຮ້ອງ, ລົມ​ແຮງ ແລະອາ​ກາດ​ທີ່ບໍ່​ດີ​ອື່ນໆ, ເຕືອນ​ໃຫ້​ປະ​ຊາ​ຊົນ​ຈົ່ງ​ມີ​ສະ​ຕິ​​ປ້ອງ​ກັນຄວາມ​ປອດ​ໄພ​ເພື່ອ​ຮັບ​ມື​ກັບ​ອາ​ກາດ​ທີ່​ບໍ່​ດີ.

ຄຳ​ເຫັນ

0