ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ລະຫວ່າງວັນທີ 31 ມີນາຫາວັນທີ 2 ເມສານີ້, ຢູ່ເມືອງນານຜິງແຂວງຟູຈ້ຽນ ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ແຍກອອກພົບປະກັບລັດຖະມົນຕີການຕ່າງປະເທດຂອງສິງກະໂປ, ມາເລເຊຍ,ອິນໂດເນເຊຍແລະຟີລິບປິນທີ່ໄດ້ເດີນທາງມາຢ້ຽມຢາມຈີນ.
ໃນເວລາທີ່ສຳເລັດການຢ້ຽມຢາມປະເທດອາຊຽນເຊັ່ນ ອິນໂດເນເຊຍ, ຟີລິບປິນເປັນຕົ້ນໃນເດືອນມັງກອນຜ່ານມາ, ທ່ານຫວາງຢີ້ໄດ້ຢືນຢັນວ່າ ຫຼັກການຮ່ວມມືຄື ອາຊຽນເປັນຜູ້ນຳພາ, ປຶກສາຫາລືເປັນເອກະພາບກັນ, ເປີດກວ້າງແລະກວມລວມ ເຊິ່ງເປັນໝາກຜົນອັນລ້ຳຄ່າຂອງລັດທິຫຼາຍຝ່າຍໃນພາກພື້ນແຫ່ງນີ້. ເລື່ອງຈິງສະແດງໄດ້ໃຫ້ເຫັນວ່າ: ການຍຶດໝັ້ນໃນກົນໄກພາກພື້ນແລະກົນໄກຫຼາຍຝ່າຍແມ່ນມີຄວາມສຳຄັນຫຼາຍກວ່າເວລາໃດໝົດ, ການຍຶດໝັ້ນໃນລັດທິຫຼາຍຝ່າຍແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຈິ່ງແມ່ນເສັ້ນທາງທີ່ຖືກຕ້ອງ.
ປີນີ້ເປັນປີຄົບຮອບ 30 ປີຂອງການສ້າງຕັ້ງສາຍພົວພັນຄູ່ເຈລະຈາລະຫວ່າງຈີນ-ອາຈຽນ. ນັກວິເຄາະຊີ້ໃຫ້ເຫັນວ່າ, ການຮ່ວມມືດ້ານເສດຖະກິດລະຫວ່າງອາຊຽນກັບຈີນໄດ້ເຮັດໃຫ້ສອງຝ່າຍບັນລຸການຊ່ວຍຊູຍູ້ໜູນກັນໃນດ້ານທ່າແຮງ, ສາມາດບັນລຸການແຈກຢາຍຢ່າງມີປະສິດທິຜົນໃນດ້ານຊັບພະຍາກອນ,ເຕັກນິກ, ເງິນທຶນແລະຕະຫຼາດ, ສອງຝ່າຍເປັນຄູ່ປະສານງານທີ່ດີ. ສອງຝ່າຍສືບຕໍ່ລົງເລິກການຮ່ວມມືກັນ ເຊິ່ງຈະສາມາດເປີດກວ້າງອິດທິພົນສັງລວມຂອງພາກພື້ນ, ຊຸກຍູ້ການຟື້ນຟູແລະການເຕີບໂຕຂອງເສດຖະກິດໂລກ.
ຄຳເຫັນ
0