吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເກາະພູ​ເກັດ​ປະ​ເທດ​ໄທ​ຟື້ນ​ຟູ​ຖ້ຽວບິນ​ສາກົນ

2021-04-04 17:28:35 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະບານ​ໄທ​ໄດ້​ອອກ​ແຜນການ​ຟື້ນ​ຟູ​ຕ້ອນຮັບ​ນັກທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ​ຟື້ນ​ຟູ​ຂະ​ແໜງ​ການທ່ອງທ່ຽວ​ໂດຍ​ໄວ. ​ເກາະ​ພູ​​ເກັດ​ໄດ້ກາຍ​ເປັນ​​ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ​ທຳ​ອິດທີ່​ຟື້ນ​ຟູ​ຖ້ຽວບິນ​ສາກົນ ​ແລະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ເຊິ່ງໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຊຸດ​ທຳ​ອິດ​ໃນ​ວັນ​ທີ 3 ​ເມສາ​ນີ້. ນັກ​ທ່ອງ​ທ່ຽວ​​ເຫຼົ່າ​ນີ້​​​​ແມ່ນອອກ​ເດີນທາງ​ມາ​ຈາກ​ນະຄອນ​ແຟຼງ​ເຟີ​ດປະ​ເທດ​ເຢຍລະ​ມັນດ້ວຍ​ຖ້ຽວ​ບິນ​ພິ​ເສດ​ຂອງ​ສາຍ​ການບິນ​ສາກົນ​ໄທ​ບິນ​ໄປ​ເຖິງ​ເກາະ​ພູ​ເກັດ​ໂດຍ​ກົງ. ​ແລະ​ຖ້ຽວບິນ​ນີ້​​ເປັນ​ຖ້ຽວບິນສາກົນ​ທຳ​ອິດ​ທີ່​ບິນ​ໄປ​ເກາະ​ພູ​ເກັດ​ນັບ​ແຕ່​ຖ້ຽວ​ບິນ​ສາກົນ​ຖືກ​ປິດຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ​-19 ​ໃນ​ໜຶ່ງ​ປີກ​ວ່າ​ຜ່ານ​ມາ, ສ່ວນຖ້ຽວບິນ​ຕໍ່​ໄປ​​ຈະ​ເປີດ​ໃນ​ວັນ​ທີ 7 ​ເມສາ​ນີ້.

ຕາມ​ແຜນການ​ດັ່ງກ່າວນັບ​ແຕ່​ວັນ​ທີ 1 ກໍລະ​ກົດປີນີ້​ເປັນຕົ້ນ​ໄປ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ຖື​ໃບ​ຢັ້ງຢືນ​ສັກ​ຢາ​ວັກ​ຊີ​ນປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ຈະ​ສາມາດ​​ໄປ​ທ່ອງ​ທ່ຽວ​ຢູ່​ເກາະ​ພູ​​ເກັດ​ໂດຍບໍ່​ຕ້ອງ​ກັກ​ບໍລິ​ເວນ​ເພື່ອ​ເຝົ້າຕິດຕາມທາງ​ການ​ແພດ ​ແຕ່ເງື່ອນ​ໄຂ​ເບື້ອງຕົ້ນ​ແມ່ນ​ປະຊາຊົນ​ຢູ່​ເກາະ​ພູ​​ເກັດ 70% ຂຶ້ນ​ໄປ​ຕ້ອງ​ໄດ້ສັກ​ຢາ​ວັກ​ຊີ​ນປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຄົບ 2 ​ເຂັມ, ​ແລະ​ໃຫ້​ກຸ່ມ​ຄົນ​ມີ​ພູມ​ຕ້ານ​ການ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ໂດຍ​ໄວ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ຕັ້ງໜ້າ​ສັກ​ຢາ​ວັກ​ຊີ​ນ, ປັດຈຸບັນ​ນີ້, ລັດຖະບານ​ໄທ​ໄດ້​ຈັດສົ່ງ​ວັກ​ຊີ​ນປະມານ 1 ​ແສນຫຼອດ​ໃຫ້​ຈັງຫວັດ​ພູ​ເກັດ ​ແລະພວມ​ສັກ​ໃຫ້​ປະຊາຊົນຈຳນວນ 3000 ຫາ 4000 ຄົນ​ຕໍ່​ມື້.

ຄຳ​ເຫັນ

0