吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງທັບ​ເຮືອ​ມຽນມາ​ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຢູ່​ອ່າວ​ບັງ​ກະລາ​ເດັດເປັນ​ເວລາ 8 ມື້

2021-04-05 17:24:28 cri

ວັນ​ທີ 4 ​ເມສາ​ນີ້, ສື່​ມວນ​ຊົນ​ທາງ​ການ​ຂອງ​ມຽນມາ​ໄດ້​ນຳ​ເອົາ​ແຈ້ງ​ການ​ມາລາ​ຍງານ​ວ່າ: ກອງທັບ​ເຮືອ​ມຽນມາ​ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຍິງປືນ​ທາງ​ອາກາດ, ທາງທະ​ເລ ​ແລະ​ໃຕ້​ນ້ຳ​ໃນ​ອ່າວບັງ​ກະລາ​ເດັດແຕ່​ວັນ​ທີ 4 ​ຫາ​ວັນ​ທີ 11 ​ເມສາ​ນີ້, ​ເຕືອນ​ໃຫ້​ກຳ​ປັ່ນ​ຂະໜາດ​ໃຫຍ່, ​ເຮືອ​ບັນທຸກ​ສິນຄ້າ, ​ເຮືອ​ຫາ​ປາ ​ແລະ​ອື່ນໆ​ຢ່າ​ເດີນ​ຜ່ານ ຫຼື​ຈອດ​ຄ້າງ​ຢູ່​ໃນ​ບໍລິ​ເວນ​ອ້ອມ​ແອ້ມ​ເຂດ​ທະ​ເລທີ່​ກຳນົດ​ໄວ້​ໃນ​ວົງ​ລັດສະ​ເໝີ 15 ​ໄມ​ທະ​ເລ, ​ເຮືອບິນ ​ແລະຍົນ​ເຮ​ລິ​ຄອບ​ເຕີ​ກໍ​ບໍ່​ໃຫ້​ບິນຜ່ານ​ນ່ານຟ້າ​ທີ່​ສູງ​ກວ່າ​ລະດັບໜ້າ​ນ້ຳ​ທະ​ເລ 15000 ຟຸດ.

ກ່ອນ​ໜ້າ​ນີ້, ທະຫານ​ເຮືອຂອງ​ລັດຍະ​ໄຂ່ປະ​ເທດ​ມຽນມາ​​ເຄີຍ​​ໄດ້ຝຶກ​​ແອບ​ຍິງປືນ​ຢູ່​ເຂດ​ນ້ຳ​ທະ​ເລ​ທີ່​ອ້ອມ​ເກາະ​ຕ່າງໆ​ ​ເຊັ່ນ: ​ເກາະ​​ໂຟ​ໂກ ​ແລະ​ອື່ນໆ​ນັບ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 23 ກຸ​ມພາ​ຜ່ານ​ມາ ​ເພື່ອ​ກວດ​ເບິ່ງ​ສະພາບ​ອາວຸດ​ຍຸດ​ໂທປະກອນ.

ຄຳ​ເຫັນ

0