吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໄພ​ນ້ຳ​ຖ້ວມຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 55 ຄົນ ​ແລະ​ຜູ້​ຫາຍ​ສາບ​ສູນ 40 ຄົນ

2021-04-05 17:24:45 cri

​ໃນ​ຕອນ​ຮຸ່ງເຊົ້າ​ວັນ​ທີ 4 ​ເມສາ​ນີ້, ຢູ່​ແຂວງ​ນູຊາ ​ແຕ​ງກາຣາຕ​າ​ເວັນ​ອອກຂອງ​ອິນ​​ໂດ​ເນ​ເຊຍ​ໄດ້​ເກີດ​​ໄພ​ນ້ຳ​ຖ້ວມ​ທີ່​ເຮັດ​ໃຫ້​ມີ​ຜູ້​​ເສຍ​ຊີວິດ 55 ຄົນ ​ແລະ​ຜູ້​ຫາຍສາບ​ສູນ 40 ຄົນ.

ວັນ​ທີ 5 ​ເມສາ​ນີ້, ​ໂຄສົກ​ອົງການ​ປ້ອງ​ກັນ​​ໄພພິບັດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ໃຫ້​ສຳພາດ​ຜ່ານ​ທາງ​ໂທລະ​ສັບ​ວ່າ: ມາຮອດ​ປັດຈຸບັນ​ນີ້, ຢູ່​ເມືອງ​ຟໍໂລ​ເຣັສ​ ແຂວງ​ນູຊາ ​​ແຕງກາຣາ​ຕາ​ເວັນ​ອອກ​ໄດ້​ມີ​ຜູ້​ເສຍ​ຊີວິດ 44 ຄົນ ​ແລະ​ຜູ້​ຫາຍ​ສາ​ບສູນ 24 ຄົນ; ຢູ່​ເມືອງ​ປາຕາ​ມີ​ຜູ້​ເສ​ຍຊີວິດ 11 ຄົນ ​ແລະ​ຜູ້​ຫາຍ​ສາບ​ສູນ 16 ຄົນ; ນອກ​ນີ້ ຍັງ​ມີ​ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຖືກ​ຍົກ​ຍ້າຍ​ໄປ​ສະຖານ​ທີ່​ທີ່ປອດ​ໄພຢ່າງ​ຮີບ​ດ່ວນ.

ທ່ານ​ກ່າວ​ຕື່ມ​ວ່າ: ​ໄພ​ນ້ຳ​ຖ້ວມ​ໄດ້​ເຮັດ​​ໃຫ້​ມີ​ເຮືອນ​ຢູ່​ຫຼາຍ​ສັບ​ຫຼັງ ​ແລະຂົວ 1 ​ແຫ່ງ​ຖືກ​ທຳລາຍ. ​​ໄປ​ຄ່ຽງຄູ່​ກັບວຽກ​ງານກູ້​ໄພ ​ແລະ​ການ​ສະຖິຕິ​ດຳ​ເນີນ​ຕໍ່​ໄປ, ຄາດ​ວ່າ​ຈຳນວນ​ຜູ້​​ເສ​ຍຊີວິດບາດ​ເຈັບ​ ​ແລະ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນຍ້ອນ​ໄພພິບັດ​ຄັ້ງ​ນີ້​ຍັງ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0