刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫງວຽນ​ຊວນ​ຟຸກໄດ້ຮັບ​ເລື​ອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ຄົນ​ໃໝ່

2021-04-05 16:48:18 cri

ທ່ານ​ຫງວຽນ​ຊວນ​ຟຸກໄດ້ຮັບ​ເລື​ອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ຄົນ​ໃໝ່_fororder_1127295036_16176057331431n

ອີ​ງ​ຕາມ​ຂ່າວຫຼ້າ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາ​ມ​ທີ່​ປະ​ກາດ​ໃນ​ວັນ​ທີ 5 ເມ​ສາ​ນີ້, ທ່ານ​ຫງວຽນ​ຊວນ​ຟຸ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ຄົນ​ໃໝ່. ອີງ​ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຫວຽດ​ນາມ, ທ່ານ​ຫງວຽນ​ຊວນ​ຟຸ​ກໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ໃນ​ວັນ​ທີ 5 ເມ​ສາ​ນີ້.

ທ່ານ​ຫງວຽນ​ຊວນ​ຟຸ​ກ​ເກີດ​ຢູ່​ເມືອງກຸຍ​ເຊີນແຂວງກວາງ​ນາມທາງ​ພາກ​ກາງ​ຫວຽດ​ນາມ, ວັນ​ທີ 12 ພຶດ​ສະ​ພາ​ປີ 1982 ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ​ເຄີຍ​ເປັນ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 11 ແລະ​ຊຸດ​ທີ 12. ແຕ່​ປີ 2011 ຫາ​ປີ 2016, ທ່ານ​ຫງວຽນ​ຊວນ​ຟຸ​ກ​ໄດ້​ດຳ​ລົງ​ຕຳ​ແໜ່ງເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມໃນວັນ​ທີ 7 ເມ​ສາ​ປີ 2016.

ຄຳ​ເຫັນ

0