吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄພ​ນ້ຳ​ຖ້ວມ​ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້ 68 ຄົນ​ເສ​ຍ​ຊີ​ວິດ 70ຄົນ​​ຫາຍ​ສາບ​ສູນ

2021-04-06 16:36:44 cri

    ວັນ​ທີ 5 ເມ​ສາ​ນີ້, ​ອົງ​ການ​ຕ້ານ​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ: ແຂວງ​ນູ​ຊາ ແຕງ​ກາ​ລາ ​ຕາ​ເວັນ​ອອກ​ຂອ​ງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ​ໃນ​ວັນ​ທີ 4 ເມ​ສາ​ນີ້, ໂດຍ​ໄດ້​ເຮັດ​ໃຫ້ 68 ຄົນ​ເສຍ​ຊີ​ວິດ ແລະ70ຄົນ​ຫາຍ​ສາບ​ສູນ​ເປັນ​ຢ່າງ​ໜ້ອຍ.

    ໂຄ​ສົກ​​ຂອງ​ອົງ​ການ​ຕ້ານ​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ອອນ​ລາຍ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ​ເມ​ສານີ້​ວ່າ: ໄພ​ນ້ຳ​ຖ້ວມ​ໄດ້​ກະ​ທົບ​ເຖິງ 11 ​ເມືອງ​ຂອງ​ແຂວງ​ນູ​ຊາ ແຕງ​​ກາ​ລາ ຕາ​ເວັນ​ອອກ. ທ່ານ​ກ່າວ​ຕື່ມ​ວ່າ: ໄພ​ນ້ຳ​ຖ້ວມ​ຍັງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 15 ຄົນ​ບາດ​ເຈັບ, 2600​ຄົນປະ​ສົບ​ໄພ. ຄຽງ​ຄູ່​ກັບ​ການ​ດຳ​ເນີນ​ການ​ກູ້​ໄພ ແລະ​ສະ​ຖິ​ຕິ, ຄາດວ່າຄວາມ​ເສຍ​ຫາຍ​ດ້ານ​ຊີ​ວິດ ແລະ​ຊັບ​ສິນ​ຍ້ອນໄພ​ນ້ຳ​ຖ້ວມ​ໃນ​ຄັ້ງ​ນີ້​​ຈະ​ເພີ່ມ​ຂຶ້ນອີກ.

    ວັນ​ທີ 5 ເມ​ສາ​ນີ້, ທ່ານ​ໂຈ​ໂຄ ວີ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານກາງ ແລະ​ອຳ​ນາດ​ການປົກ​ຄອງ​ທ້ອ​ງ​ຖິ່ນ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ຍົກ​ຍ້າຍ​​ຜູ້ປະ​ສົບ​ໄພ​​ໄປ​ບ່ອນ​ປອດ​ໄພໃຫ້​ດີ. ພາກ​ສ່ວນ​ອຸ​ຕຸ​ນິ​ຍົມ​ຂອງ​ອິນ​ໂດ​ເນ​ເຊຍ​ຄາດ​ວ່າ: ໃນ​ 1 ອາ​ທິດ​ຂ້າງ​ໜ້າ, ເຂດ​ປະ​ສົບ​ໄພ​ຍັງ​ຈະ​ມີ​ອາ​ກາດ​ຮ້າຍ​ແຮງ,ເຊັ່ນ:ຝົນ​ຕົກ​ໜັກ, ລົມ​ພັດ​ແຮງ​ແລະ​ອື່ນໆ, ​ອົງ​ການ​ຕ້ານ​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ເຕື​ອນ​​ໃຫ້​ອົງ​ການ​​ປົກ​ຄອງ​ທ້ອງ​ຖິ່ນ ແລະ​ປະ​ຊາ​ຊົນ​ຈົ່ງ​ລະ​ມັດ​ລະ​ວັງ.

ຄຳ​ເຫັນ

0