吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຖືກບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ເພີ່ມ​ຂຶ້ນ​ພາຍ​ໃນ​ມື້​ດຽວ​ໃນ​ອິນ​ເດຍ​ຫລາຍກວ່າ1ແສນ​ກໍ​ລະ​ນີ

2021-04-06 16:45:19 cri

    ຕົວ​ເລກ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ເດຍ​ປະ​ກາດ​ໃນ​ວັນ​ທີ 5 ເມ​ສາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຢູ່ອິນ​ເດຍ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ຂຶ້ນ103558ກໍ​ລະ​ນີພາຍ​ໃນ24ຊົ່ວ​ໂມງ​ທີ່​ຜ່ານ​ມາ, ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ທີ່​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ເພີ່ນ​ຂຶ້ນ​ຫລາຍ​ທີ່​ສຸດ​ພາຍ​ໃນ​ມື້​ດຽວ​ນັບ​ແຕ່​ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ​ເປັນ​ຕົ້ນ​ມາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ478​ຄົນ. ​ມາ​ຮອດ​ວັນ 5 ເມ​ສາ​ນີ້, ຢູ່ອິນ​ເດຍ​ມີ​​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ທັງ​ໝົດ 12.589.067ກໍ​ລະ​ນີ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ165.101ຄົນ.

    ທ່ານນາ​ແລນ​​ດຼາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ລະ​ດັບ​ສູງ, ໂດຍ​ຮຽກ​ຮ້ອງ​ໃຫ້​ນຳ​ໃຊ້​ມາດ​ຕະ​ການ​ຕື່ມ​ອີກ​ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຄືນ​ໃໝ່​ຂອງ​ພະ​ຍາດ​ໂຄວິດ-19  ຮັບ​ປະ​ກັນ​ຊັບ​ພະ​ຍາ​ກອນ​ການ​ແພດ​ໃຫ້​ພຽງ​ພໍ  ພ້ອ​ມ​ທັງ​ເລັ່ງ​ລັດ​ການ​ສັກ​ວັກ​ຊີນ​​​ໂຄວິດ-19. ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ຕັ້ງ​ໜ້າ​ປະ​ຕິ​ບັດ​ມາດ​ຕະ​ການຕ່າງໆ, ເຊັ່ນ: ກວດ​ກາ, ຕິດ​ຕາມ,ປິ່ນ​ປົວ, ປ້ອງ​ກັນ​ສ່ວ​ນ​ບຸກ​ຄົນ, ສັກວັກ​ຊິນ​ໂຄວິດ-19 ແລະ​ອື່ນໆ.

    ຜູ້​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ​ກ່າວ​ວ່າ: ສາ​ເຫດ​ທີ່​ເຮັດ​ໃຫ້ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ​ຄືນ​ໃໝ່​ອາດ​ຈະ​ແມ່ນ​​ຍ້ອນມາດ​ຕະ​ການ​​ປ້ອງ​ກັນ,ເຊັ່ນ:ໃສ່​ຜ້າ​ປິດ​ປາກ, ຮັກ​ສາ​ໄລ​ຍະ​ຫ່າງ​ໃນ​ການ​ຄົບ​ຄ້າ​ສະ​ມາ​ຄົມ ແລະ​ອື່ນໆ​ບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ໄວ​ຣັດ​ພະ​ຍາດ​ປ່ຽນ​ເປັນສາຍ​ພັນ​ໃໝ່​ເປັນ​ຕົ້ນ.

ຄຳ​ເຫັນ

0