吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນ​ປະ​ເທດ​ຈີນ​ສົ່​ງ​ສານຊົມ​ເຊີຍ​ແກ່​ທ່ານ​ຫງວຽນ​ຊວນຟຸກ​ທີ່​ໄດັ​ຮັບເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ

2021-04-06 14:24:34 cri

  ວັນ​ທີ 5 ເມ​ສາ​ນີ້, ທ່ານ​ສີ​ຈີ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ໄປ​ຍັງ​ທ່ານ​ຫງວຽນ​ຊວນຟຸກ ເພື່ອ​ຊົມ​ເຊີຍ​ທ່ານ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ.

  ​ໃນ​ສາ​ນ​ຊົມ​ເຊີຍ, ທ່ານ​ສີ​ຈີ້ນ​ຜີງ​ໄດ້ລະ​ບຸວ່າ: ສອງ​ປະ​ເທດ​ຈີນ-ຫວຽດ​ນາມ​ແມ່ນ​ປະ​ເທດ​ສັງ​ຄົມ​ນິ​ຄົມ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ. ນັບ​ແຕ່​ປີ​ກາຍ​ເປັນ​ຕົ້ນ​ມາ, ສອງ​ປະ​ເທດ​ໄດ້​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ, ຮ່ວມ​ມື​ກັ​ນ​ຍາດ​ມາ​ໄດ້​ຜົນ​ສຳ​ເລັດ​ອັນ​ສຳ​ຄັນ​ໃນ​ດ້ານ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ໄປ​ຕາມ​ທ່ວງ​ທ່າ​ທີ່​ດີ, ​ພ້ອມ​ທັງ​ໄດ້​ຮ່ວມກັນ​​ຂຽນໜ້າ​ໃໝ່​​​ແຫ່ງໄມ​ຕີ​ຈິດ​ມິດ​ຕະ​ພາບ​ແບບບ້ານ​ໃກ້​ເຮືອນ​ຄຽງ​​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໃນ​ປຶ້ມ​ປະ​ຫວັດ​ສາດ.

  ທ່ານ​ສີ​ຈີ້ນ​ຜີງ​ກ່າວ​ເນັ້ນ​ໜັກ​ວ່າ: ຂ້າ​ພ​ະ​ເຂົ້າ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ການ​ພັດ​ທະ​ນາ​ສາ​ຍ​ພົວ​ພັນ​ລະ​ຫວ່າງ​ຈີນ ແລະ​ຫວຽດ​ນາມ, ຍີນ​ດີ​ຮ່ວມ​ກັບ​ທ່ານ​​ທຳ​ຄວາມພະ​ຍາ​ຍາມ​​, ໂດຍ​ຖື​​ການສ້າງ​ສາ​ຄູ່​ຮ່ວມ​ຊາ​ຕາ​ກຳທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດ​ເປັນ​ທິດ​ທາງ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃໝ່​​ທີ່​ໃຫຍ່ກວ່າ​ເກົ່າຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ເອົາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ລັດ​ຖະ​ບານ ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດໃຫ້​ຫລາຍກວ່າ​ເກົ່າ.

  ມື້​ດຽວ​ກັນ, ທ່ານ​ຫລີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ຟາມ​ມິງ​ຈິງທີ່​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ໂດຍ​ກ່າວ​ວ່າ:ຍິນ​ດີ​ຮ່ວມ​ກັບ​ທ່ານຟາມ​ມິງ​ຈິງທຳ​ຄວາມ​ພະ​ຍາ​ຍາມ​ ​ຊຸກ​ຍູ້​ໃຫ້​ຍຸດ​ທະ​ສາດ​ດ້ານ​ການ​ພັດ​ທະ​ນາ​ເຊື່ອມ​ຈອດ​ກັນ​ຢ່າງ​ໝັ້ນ​ທ່ຽງ, ເລັ່ງ​ລັດ​ການ​ສ້າງ​ສະ​ພາບ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍດ, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ກ​ານ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບແບບ​ບ້ານ​ໃກ້​ເຮືອນ​ຄຽງ ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​​​ ​​ລະ​ຫວ່າງ​ຈີນ-ຫວຽດ​ນາມ.

ຄຳ​ເຫັນ

0