郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ກາດ​​ຮ້າຍແຮງ​ຂອງແຂວງ​ນູ​ຊາ ແຕງ​ກາ​ລາ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍເຮັດ​ໃຫ້128ຄົນ​ເສຍ​ຊີ​ວິດ

2021-04-07 16:18:46 cri

   ວັນ​ທີ6ເມ​ສານີ້ ​ອົງ​ການ​ຕ້ານ​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ: ​ອາ​ກາດ​ຮ້າຍ​ແຮງທີ່​ເກີດ​ຂຶ້ນ​ຢູ່ແຂວງ​ນູ​ຊາ ແຕງ​ກາ​ລາ​ຕາ​ເວັນ​ອອກ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ເຮັດ​ໃຫ້128ຄົນ​ເສຍ​ຊີ​ວິດ​ແລະ72ຄົນໄດ້​ຮັບ​ບາດ​ເຈັບ.

   ວັນ​ທີ6ເມ​ສານີ້ ໂຄ​ສົກ​ອົງ​ການ​ຕ້ານ​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ: ລົມແຮງ​​ເຂດຮ້ອນ​ທີ່​ມີ​ຊື່​ວ່​າ​“ເຊ​ໂຣ​ຢາ”ທີ່​ພັດ​ຜ່ານແຂວງ​ນູ​ຊາ ແຕງ​ກາ​ລາ​ຕາ​ເວັນ​ອອກ​ໃນ​ວັນ​ທີ4ເມ​ສານີ້ ໄດ້​ສ້າງ​ອາ​ກາດ​ຮ້າຍ​ແຮງ​ໃຫ້​ກັບທ້ອງ​ຖິ່ນ​ ​ທັງ​ເຮັດ​ໃຫ້ເກີດ​ໄພ​ນ້ຳ​ຖ້ວມ,ນ້ຳ​​ພູ​ໄຫຼ, ດິນພູ​ເຈື່ອນແລະ​ໄພ​ອື່ນໆ. ຮອດ​ເວ​ລາ23ໂມງ​ຂອງວັນ​ທີ5ເມ​ສານີ້,ໄພ​ທຳ​ມະ​ຊາດ​ເຫຼົ່າ​ນີ້​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່3102ຄອບ​ຄົວ​​ໃນ5ເມືອງ​ຂອງ​ແຂວງ​ດັ່ງ​ກ່າວ ລວມ 11107ຄົນ,ໃນ​ນັ້ນ​ມີ8424ຄົນ​ຖືກ​ຍົກ​ຍ້າຍ​ໄປ​ບ່ອນ​ປອດ​ໄພໂດຍ​ດ່ວນ.

   ໂຄ​ສົກ​ຜູ້ນີ້​ກ່າວ​ຕື່​ມ​ວ່າ,ນອກ​ຈາກ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ແລ້ວ,ອາ​ກາດ​ຮ້າຍ​ແຮງ​ຍັງ​ໄດ້​ທຳ​ລາຍເຮືອນ​ຊານ​ແລະ​ສິ່ງ​ກໍ່​ສ້າງ​ສາ​ທາ​ລະ​ນະ​ໃນ​ເຂດ​ປະ​ສົບ​ໄພ​​ໃນ​ລະ​ດັບ​ຕ່າງ​ກັນ. ຄຽງ​ຄູ່​ກັບການຊ່ວຍ​ກູ້​ຊີ​ວິດ​ແລະ​ວຽກ​ງານ​​ສະ​ຖິ​ຕິ​ທີ່​ດຳ​ເນີນ​ຕໍ່​ໄປ,ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ ພ້ອມ​ກັບຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ກໍ​ອາດ​ຈະ​ເພີ່ມ​ຂຶ້ນ​ຕໍ່.

ຄຳ​ເຫັນ

0