吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານ​ສິງກະ​ໂປ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຄືນ​ໃໝ່​ພາຍຫຼັງ​ສອງ​ອາ​ທິດ

2021-04-09 15:18:54 cri

​ໃນ​​ເວລາຕອນ​ບ່າຍ 6 ​ໂມງ​ ​ຂອງ​ວັນ​ທີ 8 ​ເມສາ​ນີ້, ລັດຖະບານ​ສິງກະ​ໂປ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຢູ່ທຳນຽບ​ປະທານາທິບໍດີ ​ໂດ​ຍ​ໄດ້​ປະກາດ​ວ່າ​ລັດຖະບານ​ສິງກະ​ໂປ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຄືນ​ໃໝ່​ພາຍຫຼັງສອງ​ອາທິດ. ຮອດ​ເວລາ​ນັ້ນ, ທ່ານ​ເຮງ​ສວີ​​ເກັດ ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ນະ​​ໂຍບາຍ​ເສດຖະກິດ ​ແລະ​ລັດຖະມົນຕີ​ກະຊວງ​ການ​ເງິນ​ສິງ​ກະ​ໂປ​ຈະລາ​ອອກ​ຈາກ​ຕຳ​​ແໜ່​ງ​ເປັນ​ຜູ້ນຳຫົວໜ້າຄະນະນຳ​ຊຸດ​ທີ 4 ຂອງ​ພັກ​ການ​ເຄື່ອນ​ໄຫວປະຊາຊົນ​ທີ່​ເປັນ​ພັກ​ກຳ​ອຳນາດ​ຂອງສິງກະ​ໂປ.

ທ່ານ​​ເຮ​ງສວີ​ເກັດ​ໄດ້​ຖະ​ແຫຼ​ງ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ​ເມື່ອ​ພິຈາລະນາ​ເຖິງ​ອາຍຸ ​ແລະ​ສຸຂະພາບ, ທ່ານ​​ໄດ້​ຍື່ນ​ຈົດໝາຍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເປັນ​ຫົວໜ້າຄະນະ​ນຳ​ຊຸດ​ທີ 4 ​ໃຫ້​ທ່ານ​ຫຼີສຽນ​ລົງ ນາຍົກລັດຖະມົນຕີສິງກະ​ໂປ. ທ່ານ​ຈະລາ​ອອກ​ຈາກ​ຕຳ​ແໜ່​​ງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ພາຍຫຼັງ​ປັບປຸງ​ລັດຖະບານ​ໃນ​ສອງ​ອາທິດ​ຕໍ່ໜ້າ.

ທ່ານ​ຫຼີສຽນ​ລົງ​ໄດ້​ສະ​ແດງ​ຄວາມ​ເຂົ້າ​ໃຈ ​ແລະ​ເຄົາ​ລົບ​ຄວາມ​ຕັດສິນ​ໃຈ​ຂອງ​ທ່ານ​ເຮ​ງສວີ​ເກັດ​ ທັງ​ກ່າວ​ວ່າ, ທ່ານ​ເຊື່ອ​ວ່າ ທ່ານ​ເຮ​ງສວີ​ເກັດ​ຈະ​ຮ່ວມ​ກັບ​ລັດຖະບຸລຸດ 2 ທ່ານ​ພ້ອມ​ດ້ວຍ​ທ່ານ​ແຈວ​ຈີ​ຮຍນ ​ແລະ​ທ່ານ​ຊາ​ມັນ ຊານ​ມູກາຣັດນາມ ອະດີດ​ຮອງ​ນາຍົກລັດຖະມົນຕີສິງກະ​ໂປ​ເພື່ອ​ຊ່ວຍ​ເຫຼືອ​ຄະນະ​ນຳ​ຊຸດ​ທີ 4 ​ເພື່ອ​ຮັບປະກັນ​ການ​ມອບ-ຮັບ​ໜ້າ​ທີ່​ການ​ນຳພາ​ປະ​ເທດ​ໃຫ້​ດຳ​ເນີນ​ໄປ​ຢ່າງສະດວກ.

ຄຳ​ເຫັນ

0