吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳ​ຫລວດ​ມຽນ​ມາ​ສືບ​ຕໍ່​ໄລ່​ຈັບ​ບຸກ​ຄົນ​ໃນ​ວົງ​ການ​ບັນ​ເ​ທີງ

2021-04-09 14:37:10 cri

   ຫວ່າງ​ມໍ່ໆ​ນີ້, ຕຳ​ຫລວດ​ມຽນ​ມາ​ສືບ​ຕໍ່​ອອ​ກ​ຄຳ​ສັ່ງຈັບ​ບຸກ​ຄົນ​ໃນ​ວົງ​ການ​ບັນ​ເທີງ​​ໂດຍອີງ​ຕາມ​ມາດ​ຕາ​ທີ 505 ໝວດ​ A ກົດ​ໝາຍ​ອາ​ຍາມຽນ​ມາ. ແຈ້ງ​ການ​ທີ່ໜັງ​ສື​ພິມ​ແສງ​ໃໝ່​ມຽນ​ມາເຊິ່ງ​ເປັນ​ສື່​ທາງ​ການ​ມຽນ​ມາ​ປະ​ກາດ​ໃນ​ຫລາຍ​ມື້​ທີ່​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ​ວັນ​ທີ 8 ເມ​ສາ​ນີ້, ຕຳ​ຫລວດ​ໄດ້​ອອກ​​ຄຳ​ສັ່ງຈັບ​ໃຫ້​ນັກ​ສະ​ແດງ, ນັກ​ຮ້ອງ, ຜູ້​ກຳ​ກັບ, ເນັດໄອດໍ​ ແລະ​ນັກ​ຂ່າວ, ທັງ​ໝົດ​ຫລາຍກວ່າ 120 ຄົນ.

   ນັບ​ແຕ່​ວັນ​ທີ 2 ເມ​ສາ​ນີ້​ເປັນ​ຕົ້ນ​ມາ, ສື່ມວນ​ຊົນ​ທາງ​ການ​ມຽນ​ມາ​ໄດ້​ອອກ​ຄຳ​ສັ່ງຈັບ 20 ສະ​ບັບ​​ທີ່​ແນ​ໃສ່​ບຸກ​ຄົນ​ໃນ​ວົງ​ການ​ບັນ​ເທີງໃນ​ແຕ່​ລະ​ມື້, ບຸກ​ຄົນ​ເຫຼົ່າ​ນີ້​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ​ທີ່​ນຳ​ໃຊ້​ຊື່​ສຽງ​ຂອງ​ຕົນສະ​ໜັບ​ສະ​ໜູນ​ການ​ປະ​ທ້ວງ, ສະ​ໜັບ​ສະ​ໜູນ​ຄະ​ນະ​ກຳ​ມະ​ການ​ຜູ້​ແທນ​ສະ​ພາ​ສະ​ຫະພາບ​ທີ່​ຜິດ​ກົດ​ໝາຍ, ທັງ​ໄດ້​​ປຸກລະ​ດົມ​ລັດ​ຖະ​ກອນ​ເຂົ້າ​ຮ່ວມ​ການ​ນັດ​ຢຸດ​ການ.

   ຂ່າວ​ແຈ້ງວ່າ, ປັດ​ຈຸ​ບັນ, ມີ​ບຸກ​ຄົນ​ໃນ​ວົງ​ການ​ບັນ​ເທີງ​ປະ​ມານ 10 ຄົນ​ຖືກ​ຈັບ​ຕົວ. ​ມາດ​ຕາ​ທີ 505 ໝວດ​ A ​ໃນກົດ​ໝາຍ​ອາ​ຍາມຽນ​ມາກຳ​ນົດ​ວ່າ: ​ຈະ​ຕັດ​ສິນ​ຕັດ​ອິດ​ສະ​ຫລະ​ພາບ​ເປັນ​ເວ​ລາ​ສູງ​ສຸດ 2 ປີ ຫລື ປັບ​ໃໝ, ຫລື​ລົງ​ໂທດ​ທັງ​ສອງ​ຢ່າງ​ພ້ອມ​ຕໍ່ບຸກ​ຄົນ​ທີ່​ປຸກລະ​ດົມ​ມວນ​ຊົນ ຫລື​ລັດ​ຖະ​ກອນ​ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ຕື່ນ, ເຜີຍ​ແຜ່​ຂ່າວ​ປອມ​ຂ່າວ​ລື, ມີ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ລັດ​ຖະ​ບານ​ສະ​ຫະ​​ພາບ ຫລື​ປະ​ເທດ​ຊາດ.

 

ຄຳ​ເຫັນ

0