黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ທີ່ເພີ່ມ​ໃໝ່​ຕໍ່​ມື້ຂອງ​ກຳ​ປູ​ເຈຍ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່

2021-04-10 16:42:08 cri

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ເປີດ​ເຜີຍ​ໃນ​ວັນ​ທີ 9 ເມ​ສາ​ນີ້​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຂອງ​ກຳ​ປູ​ເຈຍ​ໄດ້​ເພີ່ມ​ໃໝ່ 576 ກໍ​ລະ​ນີ, ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ທີ່​ຜູ້​ຖືກ​ບົ່ງ​ມະ​ຕິ​ເພີ່ມ​​ໃໝ່​ຕໍ່​ມື້ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ.

ຂ່າວ​ແຈ້ງວ່າ, ຜູ້​ຖືກ​ບົ່ງ​ມະ​ຕິ​​ທີ່ເພີ່ມ​ໃໝ່​ລ້ວນ​ແຕ່​ແມ່ນ​ຕິດ​​ເຊື້ອ​ພະ​ຍາດ​ຢູ່​ເຂດ​ຊຸມ​ຊົນ, ໃນ​ນັ້ນ​ມີ 544 ກໍ​ລະ​ນີ​ໄດ້ຕິດ​ເຊື້ອ​ພະ​ຍາດ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ. ຍ້ອນ​ວ່າ​ພະ​ຍາດ​ໂຄວິດ-19 ​ໄດ້ແຜ່​ລະ​ບາດ​ຢ່າງວ່ອງ​ໄວ, ລັດ​ຖະ​ບານ​ກຳ​ປູ​ເຈຍ​ໄດ້​ດັດ​ສ້າງ​ໂຮງ​ຮຽນ​ຫຼາຍ​ແຫ່ງ​​ໂດຍ​ດ່ວນ, ເພື່ອ​ຮັບ​ຮອງ​ແລະ​ປິ່ນ​ປົວ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19.

ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19, ກຳ​ປູ​ເຈຍ​ໄດ້​ປິດ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຕ່າງໆ​​ໃນ​ທົ່ວ​ປະ​ເທດ​ເຊັ່ນ: ໂຮງ​ຮຽນ, ສະ​ໜາມ​ກິ​ລາ, ຫໍ​ພິ​ພິດ​ທະ​ພັນ, ໂຮງ​ຮູບ​ເງົາແລະ​ອື່ນໆ, ເລີ່ມ​ແຕ່​ວັນ​ທີ 7 ເມ​ສາ​ຫາ​ວັນ​ທີ 20 ເມ​ສາ​, ຫ້າມ​ບໍ່​ໃຫ້​ບຸກ​ຄົນຕ່າງໆ​ເດີ​ນ​ທາງ​ໄປ​ຕ່າງ​ແຂວງ. ເລີ່ມ​ແຕ່​ວັນ​ທີ 1 ເມ​ສາ​ນີ້​ເປັນ​ຕົ້ນ​ມາ, ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ​ເລີ່ມຈຳ​ກັດ​​ການສັນ​ຈອນ​ໃນ​ຍາມ​ກາງ​ຄືນ​ທີ່​ເປັນ​ເວ​ລາ 2 ອາ​ທິດ, ເວ​ລາ​ຈຳ​ກັດ​ການ​ສັນ​ຈອນໃນ​ຍາມ​ກາງ​ຄືນ​ແມ່ນ​ເລີ່ມ​ແຕ່ 20 ໂມງ​ຫາ​ 5 ໂມງ​ຂອງ​ມື້​ລຸນ​ມາ.

ຄຳ​ເຫັນ

0