蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ປະ​ກາດ​ໂຈະ​ການ​ບໍ​ລິ​ການ​ຂອງ​ຮ້ານ​ບັນ​ເທີງ​ໃນ 41 ແຂວງ​ເປັນ​ເວ​ລາ 2 ອາ​ທິດ

2021-04-10 16:53:15 CRI

ວັນ​ທີ 9 ເມ​ສາ​ນີ້, ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສູນ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ແລະ​ຕົກ​ລົງ​ວ່າ: ໂຈະ​ການ​ບໍ​ລິ​ການ​ຂອງ​ຮ້ານ​ບັນ​ເທີງ​ໃນ 41 ແຂວງ​ໃນ​ທົ່ວ​ປະ​ເທດ​ໄທ​ຢ່າງ​ໜ້ອຍ 14 ວັນ ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ເລີ່ມ​ປະ​ຕິ​ບັດ​ແຕ່​ສູນ​ໂມງ​ຂອງວັນ​ທີ 10 ເມ​ສາ​ນີ້​ເປັນ​ຕົ້ນ​ໄປ, ຮ້ານ​ບັນ​ເທີງ​ເຫຼົ່າ​ນີ້​ລວມ​ທັງ​ບາ​ເຫຼົ້າ, ກາ​ຣາ​ໂອ​ເຄ, ຮ້ານນວດ ເຊິ່ງ​ຮ້ານ​ເຫຼົ່າ​ນີ້​ຈຳ​ເປັນ​ຕ້ອງ​ໂຈະ​ການ​ບໍ​ລິ​ການ​ຊົ່ວ​ຄາວ​ໂດຍ​ບໍ່​ມີ​ເງື່ອນ​ໄຂ. ນອກ​ນີ້, ຖ້າ​ສະ​ຖານ​ທີ່​ແຫ່ງ​ອື່ນໆ​ປາ​ກົດ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19, ກໍ​ຕ້ອງ​ໂຈະ​ການ​ບໍ​ລິ​ການ​ເປັນ​ເວ​ລາ 14 ວັນ​ເຊັ່ນ​ກັນ.

ຫຼາຍ​ມື້​ມໍ່​ໆ​ມາ​ນີ້, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເລີ່ມ​ຈາກ​ຮ້ານ​ບັນ​ເທີງ​ໃນ​ນະ​ຄອນຫຼວງ​ບາງກອກ ແລະ ເຂດ​ອ້ອມ​ຂ້າງ​ໄດ້​ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ ແລະ ໄດ້​ແຜ່​ລະ​ບາດ​ໄປ​ເຖິງ 40 ກວ່າ​ແຂວງ​ໃນ​ປະ​ເທດ​ໄທ​ແລ້ວ. ຜູ້​ຊ່ຽວ​ຊານ​ທາງ​ການ​ແພດ​ທ້ອງ​ຖິ່ນ​ກ່າວ​ວ່າ: ເຊື້ອ​ພະ​ຍາດ​ທີ່​ແຜ່​ລະ​ບາດ​ໃນ​ຮ້ານ​ບັນ​ເທີງ​ເທື່ອ​ນີ້​ເປັນ​ເຊື້ອ​ພະ​ຍາດ​ສາຍ​ພັນ​ໃໝ່​ທີ່​ພົບ​ເຫັນ​ຢູ່​ອັງ​ກິດ ແລະ ແຜ່​ລະ​ບາດ​ໄດ້​ໄວຫຼາຍ.

ຄຳ​ເຫັນ

0