蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸ​ມົງ​ສາຍ​ທຳ​ອິດ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ຊາຍ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ມາ​ເລ​ເຊຍ ທີ່​ຈີນ​ແລະ​ມາ​ເລ​ເຊຍ​ຮ່ວມ​ກັນ​ກໍ່​ສ້າງ​ໄດ້​ຖືກ​ເຈາະ​ຊອດ​ແລ້ວ

2021-04-10 16:51:37 CRI

ວັນ​ທີ 9 ເມ​ສາ​ນີ້, ພິ​ທີ​ເຈາະ​ຊອດ​ອຸ​ມົງ​ສາຍ​ທຳ​ອິດ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ຊາຍ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ຂອ​ງ​ມາ​ເລ​ເຊຍ ທີ່​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ​ຈຳ​ກັດ​ຮັບ​ເໝົາ​ກໍ່​ສ້າງ ໄດ້​ຈັດ​ຂຶ້ນ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ ທີ່​ຕັ້ງ​ຢູ່​ເຂດປາ​ກາ​ລັດ​ເຕ​ແຣງ​ກາ​ຣູ.

ບໍ​ລິ​ສັດ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ມາ​ເລ​ເຊຍ ທີ່​ເປັນ​ເຈົ້າ​ຂອງ​ໂຄງ​ການ​ກ່າວ​ວ່າ: ການ​ເຈາະ​ຊອດ​ອຸ​ມົງ​ດັ່ງ​ກ່າວ​ເປັນ​ໝາກ​ຜົນ​ແຫ່ງ​ການ​ປະ​ສານ​ງານ​ໃນ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.

ທ່ານ​ວີ​ກາ​ຊີ​ອົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ​ກ່າວ​ວ່າ: ມາ​ຮອດ​ເດືອນ​ມີ​ນາ​ປີ​ນີ້, ໂຄງ​ການ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ໄດ້​ສ້າງ​ສຳ​ເລັດ​ໄປ​ແລ້ວ 1 ສ່ວນ 5, ຄາດ​ວ່າ, ເມື່ອ​ຮອດ​ທ້າຍ​ປີ​ນີ້, ຈຸດ​ກໍ່​ສ້າງ 300 ຈຸດ ເຊິ່ງ​ລວມ​ທັງ​ອຸ​ມົງ, ຂົວ, ພື້ນ​ທາງ ແລະ ຄອງ​ລະ​ບາຍ​ນ້ຳ ເປັນ​ຕົ້ນ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ.

ທາງ​ລົດ​ໄຟ​ຊາຍ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ມາ​ເລ​ເຊຍ​ອອກ​ແບບ​ຍາວ​ທັງ​ໝົດ 600 ກວ່າ​ກິ​ໂລ​ແມັດ. ພາຍຫຼັງ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ເຂດ​ຊາຍ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ມາ​ເລ​ເຊຍ ແລະ ຈະ​ປັບ​ປຸງ​ການ​ເຊື່ອມ​ຈອດ​ກັນ​ຂອງ​ເຂດ​ດັ່ງ​ກ່າວ​ຢ່າງ​ໃຫຍ່ຫຼວງ.

ຄຳ​ເຫັນ

0