何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຊື້ອ​ພະ​ຍາ​ດ​ໂຄວິດ-19ທີ່​ເກີດ​ຂຶ້ນ​ຢູ່​ສະ​ຖານ​ທີ່​ບັນ​ເທີງ​ຂອງ​ນະ​ຄອນຫຼວງ​ບາງກອກ​ໄດ້​ແຜ່​ລະ​ບາດ​ຢູ່ 62ຈັງ​ຫວັດ​ຂອງ​ໄທ

2021-04-11 20:38:12 CRI

ວັນ​ທີ 10 ເມ​ສາ​ນີ້, ສູນ​ຄຸ້ມ​ຄອງ​ພະ​ຍາດ​ໂຄວິດ-19ຂອງ​ລັດ​ຖະ​ບານ​ໄທ​ແຈ້ງ​ໃຫ້​ຮູ້​ວ່າ, ມື້​ດຽວ​ກັນ, ຢູ່​ໄທ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ໃໝ່ 789 ຄົນ. ມື້​ດຽວ​ກັນ, ຫົວ​ໜ້າ​ກົມ​ຄວບ​ຄຸມ​ພະ​ຍາດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ມີ​ຄວາມ​ຮຸນ​ແຮງຫຼາຍກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ, ເລີ່ມ​ແຕ່​ວັນ​ທີ 1 ເມ​ສາ​ນີ້​ຮອດ​ປະ​ຈຸ​ບັນ​ໄດ້​ມີ​ເກືອບ 3000 ຄົນ​ຕິດ​ເຊື້ອ​ພະ​ຍາດ, ໃນ 3 ມື້​ທີ່​ຜ່ານ​ມາ, ພະ​ຍາດ​ໄດ້​ແຜ່​ລະ​ບາດ​ໄປ​ສູ່ 62 ຈັງ​ຫວັດ​ໃນ​77 ຈັງ​ຫວັດ​ຂອງ​ທົ່ວ​ປະ​ເທດ​ໄທ. ຫຼັງ​ຈາ​ກ​ການ​ຄົ້ນ​ຄວ້າ​ສືບ​ຫາ​ແຫຼ່ງ​ການ​ແຜ່​ລະ​ບາດ ​ແມ່ນ​ແຜ່​ລະ​ບາດ​ອອກ​ຈາກ​ສະ​ຖານ​ທີ່​ບັນ​ເທີງ​ຂອງ​ນະ​ຄອນຫຼວງ​ບາງກອກ.

 

ນະ​ຄອນຫຼວງ​ບາງກອກ​ແມ່ນ​ແຫຼ່ງ​ເກີດ​ການລະ​ເບີດ ແລະ ມີ​ຄວາມ​ຮຸນ​ແຮງ​ທີ່​ສຸດ​ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້, ໄດ້​ມີຫຼາຍກວ່າ 1000 ຄົນ​ຕິ​ດ​ເຊື້ອ​ພະ​ຍາດ, ເຊິ່ງ​ຜູ້​ຕິດ​ເຊື້ອ​ແຈກ​ຢາຍ​ໃນ​ທຸກ​ຂະ​ແໜງ​ການ. ປະ​ຈຸ​ບັນ ລັດ​ຖະ​ບານ​ໄທ​ໄດ້​ອອກ​ຄຳ​ສັ່ງ​ຍົກ​ເລີກ​ກິດ​ຈະ​ກຳ​ທາງ​ການ​ທັງ​ໝົດ​ຂອງ​​ການ​ສະຫຼອງບຸນ​ສົງ​ການ, ສະ​ຖານ​ທີ່​ບັນ​ເທີງ​ຂອງ 41 ຈັງ​ຫວັດ​ໃນ​ທົ່ວ​ປະ​ເທດ​ຢ່າງ​ໜ້ອຍ​ຕ້ອງ​ປິດ 14 ວັນ, ໃນ​ທົ່ວ​ປະ​ເທດ​ໄທ​ມີ 28 ຈັງ​ຫວັດ​ກຳ​ນົດ​ວ່າ ຜູ້​ທີ່​ມາ​ຈາກ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຕ້ອງ​ກັກ​ບໍ​ລິ​ເວນ 14 ວັນ, ແຕ່​ບໍ່​ໄດ້​ເກືອດ​ຫ້າມ​ການ​ເດີນ​ທາງ​ຂ້າມ​ຈັງ​ຫວັດ.

ຄຳ​ເຫັນ

0