尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປິນ​ແລະ​ອາ​ເມ​ຣິ​ກາ​ຈະ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ “ຄຽງ​ບ່າ​ຄຽງ​ໄຫຼ່”ປະ​ຈຳ​ປີ

2021-04-12 17:39:46 cri

      ວັນ​ທີ 11 ເມ​ສາ​ນີ້, ກອງທັບ​ຟີ​ລິບ​ປິນ​ກ່າວ​ວ່າ: ຟີ​ລິບ​ປິນ​ແລະ​ອາ​ເມ​ຣິ​ກາ​ໄດ້​ຕົກ​ລົງ​ຈະ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ “ຄຽງ​ບ່າ​ຄຽງ​ໄຫຼ່” ປະ​ຈຳ​ປີ 2021 ເປັນ​ເວ​ລາ​ສອງ​ອາ​ທິດໃນ​ວັນ​ທີ 12 ເມ​ສາ​ນີ້.
 

      ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ກາ​ນ​ຊ້ອມ​ຮົບ​ຮ່ວມ“ຄຽງ​ບ່າ​ຄຽງ​ໄຫຼ່”​ໃນ​ປີ​ນີ້​ຈະ​ມີ​ຂະ​ໜາດ​ຫຼຸດ​ນ້ອຍກວ່າ​ປີ​ຜ່ານ​ມາ ໂດຍການ​ຊ້ອມ​ຮົບ​ໃນ​ປີ​ນີ້​ມີ​ທະ​ຫານ​​ພຽງ​ແຕ່ 1.700 ຄົນ​ເຂົ້າ​ຮ່ວມ, ໃນ​ນັ້ນ, ​ມີ​ທະ​ຫານອາ​ເມ​ຣິ​ກາ 700 ຄົນ ແລະຟີ​ລິບ​ປິນ 1 ພັນ​ຄົນ, ການ​ຊ້ອມ​ຮົບ​ສ່ວນ​ໜຶ່ງ​ຈະ​ດຳ​ເນີນ​ຜ່ານ​ທາງ​ອອນ​ລາຍ.
 

      ​ການ​ຊ້ອມ​ຮົ​ບ​ຮ່ວມ“ຄຽງ​ບ່າ​ຄຽງ​ໄຫຼ່”ແມ່ນ​ການ​ຊ້ອມ​ຮົບ​ຮ່ວມ​ແຜນ​ທຳ​ມະ​ດາປະ​ຈຳ​ປີ​ລະ​ຫວ່າງ​ຟີ​ລິບ​ປິນ-ອາ​ເມ​ຣິ​ກາ. ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຟີ​ລິບ​ປິນ​ແລະ​ອາ​ເມ​ຣິ​ກາ​ຈຶ່ງ​ໄດ້​ຍົກ​ເລີກ​ການ​ຊ້ອມ​ຮົບ​​ຮ່ວມປະ​ຈຳ​ປີ 2020.
 

      ຟີ​ລິບ​ປິນ​ເຄີຍ​ໄດ້​ປະ​ກາດ​ຈະ​ຢຸດ​ຕິ​ການ​ປະ​ຕິ​ບັດ “ສັນ​ຍາຢ້ຽມ​ຢາມ​​​ທາງກອງ​ທັບ”ຫຼື VFA ໃນ​ເດືອນ​ກຸມ​ພາ​ປີ 2020, ແຕ່​ຫຼັງ​ຈາກ​ນັ້ນກໍ​ໄດ້​​ໂຈະ​ການ​ຢຸດ​ຕິ​ການ​ປະ​ຕິ​ບັດສັນ​ຍາ​ດັ່ງ​ກ່າວ​ເປັນ​ການ​ຊົ່ວ​ຄາວ​ໂດຍ​ອ້າງ “ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການ​​ພາກ​ພື້ນ​ໃນ​ປັດ​ຈຸ​ບັນ”.

ຄຳ​ເຫັນ

0