蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຊີ​ໂນ​ແວກ​ຊຸດ​ທີ 2 ທີ່​ຟີ​ລິບ​ປິນ​ຈັດ​ຊື້​ຈາກ​ຈີນ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນຫຼວງ​ມາ​ນີ​ລາ

2021-04-12 15:40:30 CRI

ຕອນ​ບ່າຍ​ວັນ​ທີ 11 ເມ​ສາ​ນີ້, ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຊີ​ໂນ​ແວກ​ຊຸດ​ທີ 2 ທີ່​ຟີ​ລິບ​ປິນ​ຈັດ​ຊື້​ຈາກ​ຈີນ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນຫຼວງ​ມາ​ນີ​ລາ. ທ່ານ​ກາ​ລີ​ໂຕ ການ​ເວ​ສ ​ຫົວ​ໜ້າຜູ້​ປະ​ສານ​ງານການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ນຳ​ພາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຟີ​ລິບ​ປິນຫຼາຍ​ທ່ານ​ໄປ​ຮັບ​ເອົາ​ວັກ​ຊີນ​ຢູ່​ສະ​ໜາມ​ບິນ.

ທ່ານ​ກາ​ລີ​ໂຕ ການ​ເວ​ສ ກ່າວ​ວ່າ: ນີ້​ແມ່ນ​ສ່ວນ​ໜຶ່ງ​ທີ່​ລັດ​ຖະ​ບານ​ຟີ​ລິບ​ປິນ​ຈັດ​ຊື້​ວັກ​ຊີນ​ຈາກ​ບໍ​ລິ​ສັດ​ຊີ​ໂນ​ແວກ​ຂອງ​ຈີນ. ທ່ານ​ກ່າວ​ຕື່ມ​ວ່າ: ຈຳ​ນວນຜູ້​ເປັນ​ພະ​ຍາດ​ຍັງ​ໄດ້​ເພີ່ມ​ຂຶ້​ນ, ພວກ​ເຮົາ​ພວມ​ແຂ່ງ​ກັບ​ເວ​ລາ, ຟີ​ລິບ​ປິນ​ຫວັງ​ວ່າ​ຈະ​ສາ​ມາດ​ສັກ​​ວັກ​ຊິນ​ໃຫ້​ປະ​ຊາ​ຊົນ​ໄດ້​ໃນ​ທັນ​ທີ.

ວັກ​ຊີນ​ຊີ​ໂນ​ແວກ​ຊຸດ​ທຳ​ອິດ​ທີ່​ລັດ​ຖະ​ບານ​ຟີ​ລິບ​ປິນ​ຈັດ​ຊື້​ຈາກ​ຈີນ ໄດ້​ຂົນ​ສົ່ງ​ໄປ​ເຖິງ​ຟີ​ລິບ​ປິນ​ໃນ​ວັນ​ທີ 29 ມີ​ນາ​ຜ່ານ​ມາ​ນີ້. ກ່ອນ​ໜ້າ​ນີ້, ຈີນ​ໄດ້​ໃຫ້​ການຊ່ວຍ​ເຫຼືອ​ວັກ​ຊີນ 2 ເທື່ອ​ແກ່​ຟີ​ລິບ​ປິນແລ້ວ.

ຄຳ​ເຫັນ

0