尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,1ລິກ​ເຕີ​ຢູ່​ເຂດ​ທະ​ເລ​ພາກ​ໃຕ້​​ແຂວງຈາ​ວາ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ

2021-04-12 17:42:10 cri

      ອົງ​ການ​ກູ້​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 11 ເມ​ສາ​ນີ້​ວ່າ: ກ່ອນ​ໜ້າ​ນີ້​ມື້​ໜຶ່ງ, ຢູ່​ເຂດ​ທະ​ເລ​ພາກ​ໃຕ້ແຂວງຈາ​ວາ​ຕາ​ເວັນ​ອອກ​​ປະ​ເທດ​ຕົນ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,1 ລິກ​ເຕີ ສົ່ງ​ຜົນ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ​ແລະ 39 ຄົນ​ບາດ​ເຈັບ.
 

      ໃນ​​ຈຳ​ນວນຜູ້​ບາດ​ເຈັບ​ມີ 3 ຄົນ​ບາດ​ເຈັບ​ສາ​ຫັດ​ແລະ 36 ຄົນ​ບາດ​ເຈັບ​ເລັກ​ໜ້ອຍ. ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​ຍັງ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ເຮືອນ 1.189 ຫຼັງ​ແລະ​ໂຄງ​ລ່າງ​ສາ​ທາ​ລະ​ນະ 150 ກວ່າ​ແຫ່ງ​ຖືກ​ທຳ​ລາຍ. ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຢູ່​ເຂດ​​ປະ​ສົບ​ໄພ​ໄດ້​ມີ​ແຮງ​ສັ່ນ​ສະ​ເທືອນຕາມ​ມາ 10 ກວ່າ​ເທື່ອ, ໃນ​ນີ້​ ໃນ​ຕອນ​ຮຸ່ງ​ເຊົ້າ​ຂອງວັນ​ທີ 11 ເມ​ສາ​ນີ້​ໄດ້​ມີ​ແຮງ​ສັ່ນ​ສະ​ເທືອນ​ຕາ​ມ​ມາ​ໃນ​ລະ​ດັບ 5,5 ລິກ​ເຕີເທື່ອ​ໜຶ່ງ​. ວຽກ​ງານ​ກູ້​ໄພ​ແລະ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຢູ່​ເຂດ​ປະ​ສົບ​ໄພ​ຍັງ​ເລັ່ງດຳ​ເນີນ​ຢູ່.
 

      ເວ​ລາປະ​ມານ 14 ໂມງ​ຂອງວັນ​ທີ 10 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ເຂດ​ທະ​ເລ​ພາກ​ໃຕ້​ຂອງ​ເມືອງມາ​ລາງ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,1 ລິກ​ເຕີ, ໃຈ​ກາງ​ແຜ່ນ​ດິນ​ໄຫວຕັ້ງ​ຢູ່​ເສັ້ນ​ຂະ​ໜານ​ໃຕ້  8,95 ອົງ​ສາ, ​ ເສັ້ນ​ແວງ​ຕາ​ເວັນ​ອອກ 112,48 ອົງ​ສາ, ຈຸດ​ສູນ​ກາງ​ແຜ່ນ​ດິນ​ໄຫວເລິກ​ລົງ​ໄປ​ໃຕ້​ດິນ  25 ກິ​ໂລ​ແມັດ.

ຄຳ​ເຫັນ

0