蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ບວນ​ລົດ​ໄຟ​ພະ​ລັງ​ແຮງ​ປະ​ສົມ​ຂອງ​ບໍ​ລິ​ສັດ CRRC-ZELC ຂອງ​ຈີນ​ໄດ້​ເລີ່ມ​​ເປີດ​ບໍ​ລິ​ການຢູ່​ມາ​ເລ​ເຊຍ

2021-04-12 15:41:47 CRI

ວັນ​ທີ 11 ເມ​ສາ​ນີ້, ຂະ​ບວນ​ລົດ​ໄຟ​ພະ​ລັງ​ແຮງ​ປະ​ສົມ​ຂອງ​ບໍ​ລິ​ສັດ CRRC-ZELC ຂອງ​ຈີນ​ ໄດ້​ເລີ່ມ​​ເປີດ​ບໍ​ລິ​ການ​ຢູ່​ລັດ​ເກ​ລັນ​ຕັນ ທາງ​ພາກ​ເໜືອ​ມາ​ເລ​ເຊຍ.

ຕາມ​ເຈົ້າ​ໜ້າ​ທີ່ CRRC-ZELC ໃຫ້​ຮູ້​ວ່າ: ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ​ມີ 4 ຕູ້, ຄວາມ​ໄວ​ມີ​ເຖິງ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ຜະ​ລິດ​ແລະ​ນຳ​ໃຊ້​ສະ​ເພາະ​ແຕ່​ເສັ້ນ​ທາງ​​ບໍ່​ແມ່ນ​ໃຊ້​ໄຟ​ຟ້າ​ຢູ່​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ອອກ​ມາ​ເລ​ເຊຍ. ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ​ເໝາ​ະ​ສຳ​ລັບ​ລະ​ບົບ​ໄຟ​ຟ້າ ຫຼື ລະ​ບົບ​ບໍ່​ໃຊ້​ໄຟ​ຟ້າຫຼາຍ​ປະ​ເພດ ເຊິ່ງ​ໄດ້ຫຼຸດ​ຕົ້ນ​ທຶນ​ໃນ​ການ​ທຸ​ລະ​ກິດ​ຂອງ​ເສັ້ນ​ທາງ​ລົດ​ໄຟ ແລະ ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃໝ່​ເຂົ້າ​ໃນ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ລະ​ບົບລາງ​ລົດ​ໄຟ​ຂອງ​ມາ​ເລ​ເຊຍ.

ທ່ານ​ວີ​ກາ​ຊີ​ອົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ບໍ​ລິ​ການ ແລະ ກ່າວ​ວ່າ: ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ​ແມ່ນ ​ບໍ​ລິ​ສັດ CRRC-ZEL ​ອອກ​ແບບ ແລະ ຜະ​ລິດອອກ​ມາ​ໂດຍ​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ມາ​ເລ​ເຊຍ, ພາຍຫຼັງ​ເປີດ​ບໍ​ລິ​ການ​ແລ້ວ, ຈະ​ເຮັດ​ໃຫ້​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ເຂດ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ມາ​ເລ​ເຊຍ​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ.

ຄຳ​ເຫັນ

0