蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ​ລະ​ນຶກ​ວັນ​ລິ​ເລີ່ມ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄົບ​ຮອບ 5 ປີ

2021-04-14 14:56:39 CRI

ວັນ​ທີ 13 ເມ​ສາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນເພື່ອ​ລະ​ນຶກ​​ວັນ​ລິ​ເລີ່ມ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄົບ​ຮອບ 5 ປີ ແລະ​ ກ່າວ​ຄຳ​ປາ​ໄສ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ໃນ​ 5 ປີ​ຜ່ານມາ​ນີ້, ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ. 6 ປະ​ເທດ​ໄດ້​ແລກ​ປ່ຽນ​ກັນ​ໃນ​ດ້ານ​ຊັບ​ພະ​ຍາ​ກອນ​ຕ່າງໆ, ໄດ້​ສ້າງ​ສະ​ພາບ​ການ​ອັນ​ດີ​ງາມ​​ບົນ​ຈິດ​ໃຈ “ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ”; ສຸມ​ໃສ່​ການ​ຮ່ວມ​ມື​ຕົວ​ຈິງ ເພື່ອ​ໃຫ້​ໄດ້​ຮັບໝາກ​ຜົນ​ດ້ານ​ການ​ພັດ​ທະ​ນາ​ທີ່​ແທ້​ຈິງ; ພ້ອມ​ທັງ​ໄດ້​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ເຂັ້ມ​ແຂງ​. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຕາມ​ລຳ​ແມ່​ນ້ຳ​ຂອງ, ສືບ​ຕໍ່​ຊຸກ​ຍູ້​​ການ​ຮ່ວມ​ມື​​ໃຫ້ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ພະ​ຍາ​ຍາມ​ສ້າງ​ຮູບ​​ແບບການ​ຮ່ວມ​ມື​ພາກ​ພື້ນ​ແບບໃໝ່ ແລະ ​ການ​ພັດ​ທະ​ນາ​ລະ​ດັບ​ໃໝ່ ແລະ ສ້າງຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ ​ໃນ​ຖາ​ນະເປັນ​ປະ​ເທດ​ປະ​ທານ​ຮ່ວມ​ໃນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ​ໄດ້​ຕາງ​ໜ້າ​ທູ​ຕາ​ນຸ​ທູດປະ​ເທດ​ຕາມ​ລຳ​ແມ່​ນ້ຳ​ຂອງ​ກ່າວ​ຄຳ​ປາ​ໄສວ່າ: ບັນ​ດາ​ປະ​ເທດ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ມື​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ການ​ສ້າງ​ສາ​ກົນ​ໄກ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ ​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປ​ະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃຫ້​ດີ​ກວ່າ​ເກົ່າ.

ຄຳ​ເຫັນ

0