黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ່ທັນໃຫ້ປິດການເຂົ້າ-ອອກໃນນະຄອນຫຼວງວຽງຈັນ

2021-04-14 14:28:03 cri

   
   ເນື່ອງຈາກຜົນການສອບສວນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 50 ແລະອີງຕາມຜົນການຄົ້ນຄວ້າ ແລະການປະເມີນຄວາມສ່ຽງ ຂອງຄະນະສະເພາະກິດຕອບໂຕ້ໂຄວິດ-19 ຂັ້ນສູນກາງເຫັນ ສະຖານະການໃນປັດຈຸບັນຍັງສາມາດຄວບຄຸມໄດ້ຈຶ່ງບໍ່ທັນໃຫ້ປິດການເຂົ້າ-ອອກ ນະຄອນຫຼວງວຽງຈັນ ເພາະຍ້ານມີຜົນກະທົບຫຼາຍຕໍ່ສັງຄົມ. ອີງຕາມຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ)ໄດ້ອອກແຈ້ງການເລກທີ368/ຫສນຍ ລົງວັນທີ 13 ເມສາ ເຖິງອົງການປົກຄອງນະຄອນຫຼວງວຽງຈັນ.

    ຕາມແຈ້ງການຍັງໃຫ້ຮູ້ຕື່ມວ່າ: ເຖິງແມ່ນຈະບໍ່ມີການປິດການເຂົ້າ-ອອກທົ່ວເມືອງນະຄອນຫຼວງວຽງຈັນ ແຕ່ຍັງສືບຕໍ່ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ທີ່ວາງອອກໃນເບື້ອງຕົ້ນ ພ້ອມທັງປະຕິບັດຕາມແຈ້ງການຂອງ ສຫນຍ  ແລະຄໍາແນະນໍາເພີ່ມເຕີມຂອງຄະນະສະເພາະກິດ. 

   ໃນນັ້ນ, ອີງຕາມແຈ້ງການມາດຕະການຜ່ອນຜັນໄລຍະຜ່ານມາ ຂອງ ຫສນຍ ຍັງລະບຸໄດວ່າ: ໃນກໍລະນີທີ່ມີຜູ້ຕິດເຊື້ອເປັນຈຸ້ມ 2ແຂວງຂຶ້ນ ຈະມີການປິດປະເທດ ແລະປະຕິບັດຕາມຄໍາສັງຂອງນາຍົກເລກທີ 06/ນຍ ຄືນໃໝ່ຢ່າງເຂັ້ມງວດ.

ຄຳ​ເຫັນ

0