黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ່ທັນໃຫ້ປິດການເຂົ້າ-ອອກໃນນະຄອນຫຼວງວຽງຈັນ

2021-04-14 08:34:28 CRI

    ເນື່ອງຈາກຜົນການສອບສວນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 50 ແລະອີງຕາມຜົນການຄົ້ນຄວ້າ ແລະການປະເມີນຄວາມສ່ຽງ ຂອງຄະນະສະເພາະກິດຕອບໂຕ້ໂຄວິດ-19 ຂັ້ນສູນກາງ ເຫັນວ່າສະຖານະການໃນປັດຈຸບັນຍັງສາມາດຄວບຄຸມໄດ້ ຈຶ່ງບໍ່ທັນໃຫ້ປິດການເຂົ້າ-ອອກນະຄອນຫຼວງວຽງຈັນ ເພາະຢ້ານມີຜົນກະທົບຫຼາຍຕໍ່ສັງຄົມ. ອີງຕາມຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ອອກແຈ້ງການເລກທີ 368/ຫສນຍ ລົງວັນທີ 13 ເມສາ ເຖິງອົງການປົກຄອງນະຄອນຫຼວງວຽງຈັນ.

ຕາມແຈ້ງການຍັງໃຫ້ຮູ້ຕື່ມວ່າ: ເຖິງແມ່ນຈະບໍ່ມີການປິດການເຂົ້າ-ອອກທົ່ວເມືອງນະຄອນຫຼວງວຽງຈັນ ແຕ່ຍັງສືບຕໍ່ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ທີ່ວາງອອກໃນເບື້ອງຕົ້ນ ພ້ອມທັງປະຕິບັດຕາມແຈ້ງການຂອງ ຫສນຍ  ແລະຄໍາແນະນໍາເພີ່ມເຕີມຂອງຄະນະສະເພາະກິດ.

   ໃນນັ້ນ, ອີງຕາມແຈ້ງການກ່ຽວ​ກັບມາດຕະການຜ່ອນຜັນໄລຍະຜ່ານມາ ຂອງ ຫສນຍ ໄດ້ລະບຸວ່າ: ໃນກໍລະນີທີ່ມີຜູ້ຕິດເຊື້ອເປັນຈຸ້ມນັບແຕ່ 2 ແຂວງຂຶ້ນໄປ ຈະມີການປິດປະເທດ ແລະປະຕິບັດຕາມຄໍາສັ່ງຂອງນາຍົກເລກທີ 06/ນຍ ຄືນໃໝ່ຢ່າງເຂັ້ມງວດ.

ຄຳ​ເຫັນ

0