尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ອາ​ຊຽນ​ຍັງ​ເປັນ​ຄູ່​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຈີນຄື​ເກົ່າ

2021-04-14 17:11:26 cri

      ຕາມ​ສະ​ຖິ​ຕິ​ຈາກ​ດ່ານ​ພາ​ສີ​ຈີນ, ກາ​ນ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ຈີນ​ຈາກອາ​ຊຽນ​ໄດ້​ກວມ 14,7% ຂອງຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​​ດ້ານການ​ຄ້າ​​ກັບຕ່າງ​ປະ​ເທດ, ອາ​ຊຽນ​ຍັງ​ສືບ​ຕໍ່​ຮັກ​ສາ​ຖາ​ນະ​ທີ່​ເປັນ​ຄູ່​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຈີນ.
 

      ຕາມ​ຕົວ​ເລກ​ຂໍ້​ມູນ​ຈາກ​ດ່ານ​ພາ​ສີ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ຄຽງ​ຄູ່​ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ບໍ​ລິ​ໂພກ​ໃນ​ຕະ​ຫຼາດ​ພາຍ​ໃນໄດ້​ເປີດກວ້າງ​ອອກ​ຕື່ມ​ອີກ, ໂຄງ​ປະ​ກອບ​ການ​ບໍ​ລິ​ໂພກ​ໄດ້​ຮັບ​ການ​ຍົກ​​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ຄວາມ​ຕ້ອງ​ການ​ຂອງ​ຈີນ​ທີ່​ມີ​ຕໍ່​ເຄື່ອງ​ອຸ​ປະ​ໂພກບໍ​ລິ​ໂພກ​ຂອງ​ປະ​ເທດ​ອາ​ຊຽນ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຍັງ​ຄຶກ​ຄັກ​ຫຼາຍ. ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ຈີນ​ໄດ້​ນຳ​ເຂົ້າ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຈາກ​ອາ​ຊຽນທີ່​ມີ​ມູນ​ຄ່າ​ເຖິງ 52,42 ຕື້ຢວນ, ເພີ່ມ​ຂຶ້ນ 30,6%. ນອກ​ນີ້, ຈີນ​​ໄດ້ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ການ​ຄ້າ​ດ້ານ​ພະ​ລັງ​ງານ​ກັບ​ອາ​ຊຽນ,ການ​ນຳ​ເຂົ້າພະ​ລັງ​ງານຈາກ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ຈີນ​ໄດ້​ນຳ​ເຂົ້າ​ແກັ​ສ​ທຳ​ມະ​ຊາດ​ທີ່​ເປັນ​ທາດ​ແຫຼວ​ຈາກ​ອາ​ຊຽນ 8,85 ຕື້ຢວນ, ເພີ່ມ​ຂຶ້ນ 31,6%.

ຄຳ​ເຫັນ

0