尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໄດ້​ແກ່​ຍາວ​ເວ​ລາ​ຫ້າມ​ສັນ​ຈອນ​ໃນ​ເວ​ລາ​ກາງ​ຄືນ​ອອກ​ໄປ​ອີກ​ຍ້ອນ​ພະ​ຍາດ​ໂຄວິດ-19

2021-04-15 16:35:58 cri

      ເນື່ອງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ເຂດ​ຊຸມ​ຊົນ​ຮອບ​ໃໝ່​ທີ່​ເກີດ​ຂຶ້ນ​ຢ່າງຮ້າຍ​ແຮງ, ແຕ່​ວັນ​ທີ 1 ຫາ​ວັນ​ທີ 14 ເມ​ສາ​ນີ້, ​ອຳ​ນາດ​ການ​ປົກ​ຄອງນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ​ເປັນ​ເວ​ລາ​ສອງ​ອາ​ທິດ. ແຕ່​ເນື່ອງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ສື​ບ​ຕໍ່​ລະ​ບາດ​ຢ່າງວ່ອງ​ໄວ, ທ່ານ​ຄວງ​ສະ​ເຣັງ ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​​ໄດ້ປະ​ກາດ​ວ່າ: ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຈະ​ແກ່​ຍາວ​ເວ​ລາ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ​ອອກ​ໄປ​ອີກ​ແຕ່​ວັນ​ທີ 15 ຫາ​ວັນ​ທີ 28 ເມ​ສາ​ນີ້.
 

      ໃນ​ໄລ​ຍະ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ, ແຕ່​ເວ​ລາ 20 ໂມງ​ຂອງ​ແຕ່​ລະ​ມື້​ຫາ 5 ໂມງ​​ເຊົ້າ​ຂອງ​ມື້​ຖັດ​ມາ, ລົດ​​ແລະ​ຜູ້​ຄົນ​ທີ່​ບໍ່​ໄດ້​ຮັບ​ການອະ​ນຸ​ຍາດ​ຈະ​ຖືກ​ຫ້າມ​ສັນ​ຈອນ. ​ຮ້ານ​ກິນ​ດື່ມ​ທັງ​ໝົດ​ຈຳ​ເປັນ​ຕ້ອງ​ຢຸດ​ໃຫ້​ບໍ​ລິ​ການ, ​ມີພຽງ​ແຕ່​ສາ​ມາດ​ໃຫ້​ບໍ​ລິ​ການ​ແບບ​ຂາຍ​ສົ່ງ​ໄດ້​ເທົ່າ​ນັ້ນ. ທ່ານ ຄວງ​ສະ​ເຣັງ ກ່າວ​ເນັ້ນ​ວ່າ: ຜູ້​ທີ່​ລະ​ເມີດ​ຂໍ້​ກຳ​ນົດ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ​ໃດໆ​ລ້ວນ​ແຕ່​ຈະຖືກ​ລົງ​ໂທດ​ຕາມ​ກົດ​ໝາຍ​ຢ່າງ​ໜັກ​ໜ່ວງ.
 

ມາ​ຮອດ​ວັນ​ທີ 14 ເມ​ສາ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ກຳ​ປູ​ເຈຍ​ລວມ​ທັງ​ໝົດ​ມີ​ 4.874 ກໍ​ລະ​ນີ, ຜູ້​ທີ່​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ​ແລະ​ອອກ​ໂຮງ​ໝໍ​​ແລ້ວມີ​ເຖິງ 2.290 ກໍ​ລະ​ນີ, ​ແຕ່​ມີ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ 35 ຄົນ.

ຄຳ​ເຫັນ

0