蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກິດ​ຈະ​ກຳ​ວັນ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ນະ​ຄອນຫຼວງ​ປັກ​ກິ່ງ-ອາ​ຊຽນ

2021-04-16 11:13:32 CRI

​ກິດ​ຈະ​ກຳ​ວັນ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ນະ​ຄອນຫຼວງ​ປັກ​ກິ່ງ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງໃນ​ວັນ​ທີ 13 ເມ​ສາ​ນີ້ ​ໃນ​ຮູບ​ການ​ອອນ​ລາຍ​ແລະ​ອອ​ຟ​ລາຍ.

ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ສຸມ​ໃສ່​ການ​ສ້າງ​ສາ “​ເຂດ​ສາ​ທິດ​ສັງ​ລວມ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ຂະ​ແໜງ​ການ​ບໍ​ລິ​ກາ​ນ​ແຫ່ງ​ຊາດ ແລະ ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ” ​ນະ​ຄອນຫຼວງ​ປັກ​ກິ່ງ, ງານ​ວາງ​ສະ​ແດງ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ໂດຍ​ໄດ້​ແລກ​ປ່ຽນ​ຄວາ​ມ​ເຫັນ​ຢ່າງ​ເຕັມ​ສ່ວນ ກ່ຽວ​ກັບ​ໂອ​ກາດ​ການ​ລົງ​ທຶນ​ຕໍ່​ກັນ ແລະ ສະ​ພາບ​ແວດ​ລ້ອມ​ກ່ຽວ​ກັບ​ການດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ​ນະ​ຄອນຫຼວງ​ປັກ​ກິ່ງ​ກັບ​ອາ​ຊຽນ ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່.

ທູ​ຕາ​ນຸ​ທູດ​ອາ​ຊຽນ​ປະ​ຈຳ​ຈີນ ແລະ ເຈົ້າ​ໜ້າ​ທີ່​ໜ່ວຍ​ງານ​ການ​ລົງ​ທຶນ​ຂອງ​ປະ​ເທດ​ອາ​ຊຽນ ເຊັ່ນ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ໄທ​ເປັນ​ຕົ້ນ​ຕ່າງ​​ກໍໄດ້​ແນະ​ນຳ​​​ກ່ຽວ​ກັບສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ດຶງ​ດູ​ດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຂອງ​ຕົນ ເພື່ອ​ເປັນ​ບົດ​ຮຽນ​ທີ່​ລ້ຳ​ຄ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທີ່​ຢາກ​ເຂົ້າໄປ​ລົງ​ທຶນ​ຢູ່​ອາ​ຊຽນ.

ຄຳ​ເຫັນ

0